ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ວປກ ສະຫລຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023
ເວລາອອກຂ່າວ: 2024-02-22 13:48:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1533 | ຄວາມນິຍົມ:



ໃນວັນທີ21 ກຸມພາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ສະຫລຸບຖອດຖອນບົດຮຽນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປອ ສົມພອນ ສີສຸວັນນະ ຄະນະປະຈຳພັກ ຮອງຫົວໜ້າການເມືອງ ຫົວໜ້າກົມການເມືອງ ວປກ, ມີຄະນະພັກວິທະຍາຄານ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ເລຂາ-ຮອງໜ່ວຍພັກ ແລະ ພະນັກງານສະມາຊິກພັກທົ່ວ ວປກ ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມການເມືອງ ໄດ້ຂຶ້ນຜ່ານບົດສະຫລຸບການຕີລາຄາການນຳພາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2023 ແລະ ແຜນການສືບຕໍ່ຊຸກຍູ້ຂະບວນການກໍ່ສ້າງປະຈຳປີ 2024 ທົ່ວຄະນະພັກວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເຊິ່ງວ່າໃນຕະຫຼອດໄລຍະທີ່ຜ່ານມາ ຄະນະພັກວິທະຍາຄານ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ໃຫ້ຄວາມສຳຄັນຕໍ່ການຈັດຕັ້ງພັກແຕ່ລະຂັ້ນໃນການຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນແນວທາງ, ມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກ-ລັດ ກໍ່ຄື ຂອງກະຊວງປ້ອງກັນປະເທດວາງອອກ, ເຮັດໃຫ້ແຕ່ລະຮາກຖານພັກເຫັນໄດ້ທີ່ຕັ້ງ, ພາລະບົດບາດຂອງວຽກງານກໍ່ສ້າງພັກ-ວຽກງານການເມືອງ ໂດຍຈັດຕັ້ງຜັນຂະຫຍາຍມະຕິຄຳສັ່ງຂອງຂັ້ນເທິງຫັນເປັນແຜນການເນື້ອໃນຂໍ້ແຂ່ງຂັນລະອຽດ, ຍູ້ແຮງຂະບວນການກໍ່ສ້າງ ແລະ ປັບປຸງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແຕ່ລະໜ່ວຍພັກກົມກອງຢ່າງຕໍ່ເນື່ອງ. ນອກຈາກນີ້, ຄະນະພັກຍັງໄດ້ເອົາໃຈໃສ່ຊຸກຍູ້ຂະບວນການຕ່າງໆ ຕິດພັນກັບຂະບວນການກໍ່ສ້າງກອງ 3ປອດ ແລະ ສ້າງກອງວັດທະນະທໍາ-ນັກຮົບວັດທະນະທໍາ ຢ່າງເປັນຂະບວນກວ້າງຂວາງ, ເຊິ່ງວ່າທົ່ວຄະນະພັກ ວປກ ມີສະມາຊິກພັກທັງໝົດ: 1.203 ສະຫາຍ, ຍິງ: 263 ສະຫາຍ, ມີສະມາຊິກພັກແຂງ: 1.006 ສະຫາຍ, ຍິງ: 235 ສະຫາຍ, ມີການຈັດຕັ້ງພັກທັງໝົດ: 81 ຮາກຖານພັກຂຶ້ນກັບ, ໃນນີ້ມີ 7 ຄະນະພັກຮາກຖານ, ມີ 35 ໜ່ວຍພັກຂຶ້ນກັບຄະນະພັກ ວປກ ແລະ 39 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ແລະ ໃນນີ້ມີໜ່ວຍພັກນັກສຶກສາ ຈຳນວນ: 23 ໜ່ວຍພັກທີ່ຂຶ້ນກັບຄະນະຮັບຜິດຊອບນັກສຶກສາທັງ 3 ລະບົບ. ໜ່ວຍພັກທີ່ສະເໜີຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນມີທັງໝົດ 39 ໜ່ວຍພັກ. ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນ 05 ຄັ້ງ ມີຈຳນວນ 12 ໜ່ວຍພັກ, ຮັບຮອງ 04 ຄັ້ງຕິດຕໍ່ກັນ ຈຳນວນ 01 ໜ່ວຍພັກ, ຮັບຮອງຕິດຕໍ່ກັນ 02 ຄັ້ງ ຈຳນວນ 05 ໜ່ວຍພັກ ແລະ ຮັບຮອງໃໝ່ ຈຳນວນ20 ໜ່ວຍພັກ. ຈາກນັ້ນ, ກໍ່ໄດ້ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກທີ່ໄດ້ຖືກຮັບຮອງ ປະຈຳປີ 2023 ແລະ ຈັບມືຂໍ້ແຂ່ງຂັນ ເພື່ອສືບຕໍ່ຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ອີກດ້ວຍ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ຮອງສາສະດາຈານ ປອ ສົມພອນ ສີສຸວັນນະ ໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນ, ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກ ແຕ່ລະຂັ້ນນໍາໄປຈັດຕັ້ງປະຕິບັດເຮັດ ໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເວົ້າລວມ, ເວົ້າສະເພາະກໍ່ຄືຢູ່ແຕ່ລະກົມກອງ ໃນຊຸມປີຕໍ່ໜ້າຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງກວ່າເກົ່າ. ພາບ-ຂ່າວ: ສາວີວັນ ວົງຄພຊາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ