ຄະນະບໍລິຫານງານຊາວໜຸ່ມ ກົມພະລາທິການ-ເຕັກນິກ ວປກ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V
ເວລາອອກຂ່າວ: 2024-02-28 08:57:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 446 | ຄວາມນິຍົມ:
ໃນວັນທີ 22 ກຸມພາ 2024 ນີ້, ຄະນະບໍລິຫານງານຊາວໜຸ່ມ ກົມພະລາທິການ-ເຕັກນິກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ),
ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ V, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສົມສະຫວັນ ນົນຈັນທະວົງ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມພະລາທິການ-ເຕັກນິກ ວປກ ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີ ສະຫາຍ ຮ້ອຍເອກ ນາງ ສົມຄິດ ແພງປັນຍາ ຮອງຫົວໜ້າພະແນກຊາວໜຸ່ມ ວປກ, ມີຄະນະບໍລິຫານງານ, ຄະນະໜ່ວຍ, ສະມາຊິກຊາວໜຸ່ມ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນຕີ ສີສຸພັນ ສຸວັນນາງ ເລຂາຄະນະບໍລິຫານງານຊາວໜຸ່ມ ກົມພະລາທິການ-ເຕັກນິກ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານຂອງຄະນະບໍລິຫານງານຊາວໜຸ່ມກົມພະລາທິການ-ເຕັກນິກ ແຕ່ປີ 2020-2023 ແລະ ທິດທາງແຜນການ ປີ 2023-2026 ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເຮັດໃຫ້ຖັນແຖວພະນັກງານສະມາຊິກຊາວໜຸ່ມ-ໄວໜຸ່ມໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ຕິດພັນກັບການ
ຈັດຕັ້ງປະຕິບັດວຽກງານຂະບວນການ 4 ບຸກ ຢ່າງເປັນຂະບວນການຟົດຟື້ນແຂງແຮງ ແລະ ສາມາດສ້າງໄດ້ຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນການເຂົ້າຮ່ວມທຸກຂະບວນການທີ່ ວປກ ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ 75 ປີ, ເຂົ້າຮ່ວມແຂ່ງຂັນນັກຮ້ອງສຽງດີ ໄດ້ຮັບລາງວັນທີ I ເຂົ້າຮ່ວມແຂ່ງຂັນກິລາບານສົ່ງທົ່ວ ວປກ 2 ຄັ້ງ ທີມຊາຍໄດ້ລາງວັນທີ II, ແຂ່ງຂັນກິລາເປຕັງ 1 ຄັ້ງ ໄດ້ລາງວັນທີ III, ແຂ່ງຂັນກິດຈະກຳອົມນ້ຳໃສ່ແກ້ວ 1 ຄັ້ງ ໄດ້ລາງວັນທີ III, ເຂົ້າຮ່ວມຂະບວນການຈິດຈະກຳຖາມ-ຕອບທົ່ວ ວປກ 1 ຄັ້ງ ແລະ ເຂົ້າຮ່ວມແຂ່ງຂັນກິລາບານເຕະຍິງທົ່ວ ວກປ I ຄັ້ງ ໄດ້ຮັບລາງທີ I. ດ້ານວຽກງານເພີ່ມພູນສ້າງ
ແຫຼ່ງລາຍຮັບ ໄດ້ສູ້ຊົນຊອກຫາແຫຼ່ງລາຍຮັບເຂົ້າຄັງລວມດ້ວຍຫຼາຍຮູບຫຼາຍແບບ ຕາມທ່າແຮງບົ່ມຊ້ອນຂອງກົມກອງ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ແລະ ເຂົ້າຮ່ວມຂະບວນການດ້ານຕ່າງໆ ຈຶ່ງໄດ້ຮັບການ ຄັດເລືອກຊາວໜຸ່ມ 4
ບຸກ ປະຈຳປີ 2020 ໄດ້ຈຳນວນ 65 ສະຫາຍ, ປະເພດແຂງ 17 ສະຫາຍ. ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ຊຸດໃໝ່ໄດ້ຕາມຄາດໝາຍ.
ໂດຍ: ສາວີວັນ ວົງຄຳຊາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ