
ຖືເອົາວຽກງານປູກຝັງ-ລ້ຽງສັດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ
ເວລາອອກຂ່າວ: 2024-02-28 09:02:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 634 | ຄວາມນິຍົມ:
ເມື່ອເວົ້າເຖີງພະນັກງານ- ນັກຮົບຜູ້ທີ່ມີຄວາມບຸກບືນຫ້າວ ຫັນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືການປະຕິບັດຂໍ້ກຳນົດກົດ ລະບຽບຂອງກອງທັບໄດ້ຢ່າງເຂັ້ມງວດແລ້ວ ຍັງແບ່ງເວລາວ່າງໃຫ້ເປັນປະໂຫຍດ ໂດຍຖືເອົາການອອກແຮງງານເພີ່ນພູນຜະລິດຜົນປູກຝັງ-ລ້ຽງສັດຕາມລະດູການ ເພື່ອສ້າງເງື່ອນໄຂຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ດັ່ງສະຫາຍ ພັນຕີ ຄຳຜາຍ ຄຳລາສີ ໜ້າທີ່ຮັບຜິດຊອບແພດປະຈຳກອງຮ້ອຍ 27 ກອງບັນ ຊາການທະຫານເມືອງວຽງຄຳ ແຂວງຫຼວງພະບາງ ກໍແມ່ນຜູ້ໜຶ່ງທີ່ມີຄວາມບຸກບືນຫ້າວຫັນໃນການອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດສ້າງລາຍຮັບເຂົ້າຄອບຄົວ.
ສະຫາຍ ພັນຕີ ຄຳຜາຍ ຄຳລາສີ ເກີດເມື່ອວັນທີ 1 ມິຖຸນາ 1974 ທີ່ບ້ານໂພນແກ້ວ ເມືອງປາກແຊງ ແຂວງຫຼວງພະບາງ ເປັນລູກຂອງພໍ່ບຸນທັນ ແລະ ແມ່ອຽນ, ຍ້ອນຄວາມມັກຮັກ ແລະ ມີຄວາມໃຝ່ຝັນຢາກເຂົ້າເປັນທະຫານຮັບໃຊ້ຊາດມາແຕ່ຄາວຍັງເຍົາໄວ, ພາຍຫຼັງຮຽນຈົບຊັ້ນມັດທະຍົມຕອນຕົ້ນ, ສະຫາຍໄດ້ຕັດສິນໃຈອຳລາຄອບຄົວ, ພໍ່-ແມ່ ອ້າຍເອື້ອຍນ້ອງ ແລະ ບ້ານເກີດເມືອງນອນຂອງຕົນ ສະໝັກໃຈເປັນທະຫານອາຊີບໃນວັນທີ 7 ກໍລະກົດ 1993 ຢູ່ທີ່ກອງພັນ 627 ກອງພົນທີ 2. ເມື່ອຄະນະພັກ-ຄະນະບັນຊາ ເຫັນວ່າຜູ້ກ່ຽວມີຄວາມບຸກບືນ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ ຈິ່ງໄດ້ນຳສົ່ງຜູ້ກ່ຽວໄປຮຽນວິຊາສະເພາະແພດຊັ້ນກາງຢູ່ໂຮງຮຽນສ້າງແພດ ກອງພົນທີ 2 ໃນລະຫວ່າງປີ 2000-2003 ພາຍຫຼັງຮຽນຈົບມາຮັບໃຊ້ຢູ່ກົມກອງໄດ້ໜຶ່ງປີກວ່າ ຜູ້ກ່ຽວໄດ້ຖືກສັບຊ້ອນມາປະຈຳການຢູ່ກອງຮ້ອຍ 27 ກອງບັນຊາການທະຫານເມືອງວຽງຄຳ ແຂວງຫຼວງພະບາງໃນປີ 2005.
ຕະຫຼອດໄລຍະການດຳລົງ ຊີວິດໃນຄອບຄົວໃຫຍ່ ສະຫາຍ ມີຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ເຝິກຝົນຫຼໍຫຼອມຕົນ ເອງທາງດ້ານຄຸນທາດການ ເມືອງ, ຄຸນສົມບັດ, ສິນທຳປະຕິວັດ, ຕັ້ງໜ້າປະຕິບັດມະຕິ, ຄຳສັ່ງຂອງຜູ້ບັນຊາ ກໍຄືຂໍ້ກຳນົດ, ກົດລະບຽບຕ່າງໆຂອງກົມກອງ ໂດຍສະເພາະແມ່ນ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ; ນອກຈາກວິຊາສະເພາະທີ່ໄດ້ຮັບມອບໝາຍແລ້ວສະຫາຍ ຍັງໄດ້ເຂົ້າຮ່ວມຂະບວນການຕ່າງໆ ຂອງກົມກອງດ້ວຍຄວາມຫ້າວຫັນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ ແລະ ມີຄວາມສາມັກຄີຮັກແພງກັບໝູ່ຄູ່, ບໍ່ເຄີຍຕິວຽກໜັກມັກວຽກເບົ່າ ແຕ່ກົງກັນຂ້າມຍິ່ງເຮັດວຽກຫຼາຍສໍ່າໃດກໍຍິ່ງເຮັດໃຫ້ສະຫາຍມີປະສົບການ ແລະ ຄວາມສິນເຄີຍ ດັ່ງນັ້ນ, ຈິ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກໝູ່ເພື່ອນ ແລະ ການຈັດຕັ້ງຕະຫຼອດມາ.
ສະຫາຍ ພັນຕີ ຄຳຜາຍ ຄຳລາສີ ເປັນຄົນທີ່ມີທັດສະນະດຸ ໝັ່ນ ແລະ ເດັ່ນໃນການອອກແຮງງານເພີ່ມພູນຜະລິດຜົນປູກຝັງ- ລ້ຽງສັດ, ເຊິ່ງໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດເພື່ອຊອກແຫຼ່ງລາຍຮັບ ແລະ ສ້າງເງື່ອນໄຂຮັບ ປະກັນແກ້ໄຂຊີວິດການເປັນຢູ່ ຂອງຕົນ ໂດຍບໍ່ຄອງຄອຍອາໄສແຕ່ເງິນເດືອນທີ່ຂັ້ນເທິງຕອບສະໜອງໃຫ້ ໃນນັ້ນ, ໄດ້ປູກສາລີພັນຫວານ, ໝາກຖົ່ວ, ຜັກກາດ, ກະລຳປີ ແລະ ຜັກຫອມຊະນິດຕ່າງໆ, ໃນເນື້ອທີ່ 10x 50 ແມັດ, ໃຊ້ເວລາພຽງສອງເດືອນກໍສາມາດເກັບກ່ຽວພືດຜັກຊະນິດຕ່າງໆ ເພື່ອປ່ອນເຂົ້າເຮືອນຄົວລວມ ແລະ ສົ່ງຂາຍສູ່ທ້ອງຕະຫຼາດເປັນເງິນຈາກການຂາຍພືດພັກໄດ້ 3-4 ລ້ານກີບຕໍ່ເດືອນ, ຍັງ ໄດ້ລ້ຽງເປັດ-ໄກ່ 300 ກວ່າໂຕ, ໝູ 5 ໂຕ, ຂາຍໄດ້ 1,5-2 ລ້ານກີບຕໍ່ເດືອນ ແລະ ສາມາດສ້າງລາຍຮັບຈາກ ການປູກຝັງ-ລ້ຽງສັດໄດ້ 60 ລ້ານຕໍ່ປີ; ສະຫາຍ ຮ້ອຍເອກ ສົມແພງ ພົນສຸຄຳ ກຳມະການຄະນະພັກຮາກຖານ, ເລຂາໜ່ວຍ ພັກ, ຫົວໜ້າການເມືອງກອງ ຮ້ອຍ 27 ກອງບັນຊາການທະ ຫານເມືອງວຽງຄຳ ແຂວງຫຼວງ ພະບາງຍັງໄດ້ຢັ້ງຢືນວ່າ: ສະ ຫາຍ ພັນຕີ ຄຳຜາຍ ຄຳລາສີ ສົມແລ້ວທີ່ເປັນບຸກຄົນດີເດັ່ນ, ດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ ແລະ ຍັງໄດ້ ຮັບການຍ້ອງຍໍຊົມເຊີຍຈາກການ ຈັດຕັ້ງ, ໝູ່ເພື່ອນພາຍໃນກົມ ກອງຕະຫຼອດມາ.
ໂດຍ: ຊາຍພອຍ ແກ້ວອຸບົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ