ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2024
ເວລາອອກຂ່າວ: 2024-02-28 13:47:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1642 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ28 ກຸມພາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2024. ກອງປະຊຸມຄັ້ງນີ້ຈະດໍາເນີນໃນລະຫວ່າງວັນທີ 28-29 ກຸມພາ 2024 ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາຫົວຂໍ້ດັ່ງນີ້: 1. ສະຫຼຸບລາຍງານວຽກງານພົ້ນເດັ່ນຂອງລັດຖະບານປະຈຳເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2024; ແຜນວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ເປັນບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດ ຮອດປີ 2025; ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ (ການກະກຽມເປັນປະທານອາຊຽນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນຳພັກ-ລັດ ແລະ ການຕ້ອນຮັບແຂກການນຳຕ່າງປະເທດ ມາລາວ). 2. ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ); 3. ຮ່າງກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່); 4. ຮ່າງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ); 5. ຮ່າງດໍາລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ). 6. ຮ່າງດໍາລັດ ວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ (ສະບັບສ້າງໃໝ່); 7. ຮ່າງກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); 8. ຮ່າງກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ສະບັບປັບປຸງ); ບັນດາຫົວຂໍ້ຂອງກອງປະຊຸມລັດຖະບານໃນເດືອນນີ້ແມ່ນມີຄວາມສຳຄັນເພາະເປັນການຜັນຂະຫຍາຍມະຕິກອງປະຊຸມ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ກໍຄື ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ລວມທັງ ແຜນບູລິມະສິດ ໃນການເປັນປະທານອາຊຽນ ປີ 2024. ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການສາກົນ ແລະ ພາກພື້ນ ໂດຍສະເພາະ ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ເສດຖະກິດ ຂອງປະເທດເຮົາ. ພ້ອມກັນນີ້ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ. ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ