ກອງພົນທີ 1 ປະກາດລຸລ່ວງພະນັກງານກຽມລໍຖ້າພັກການ ຮັບບຳນານ
ເວລາອອກຂ່າວ: 2024-02-29 09:12:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:
ໃນວັນທີ 22 ກຸມພາ 2024, ກອງພົນທີ 1 ໄດ້ປະກາດລຸລ່ວງພະນັກງານກຽມລໍຖ້າພັກການຮັບບຳນານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ພະແນກການພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນຕີ ພອນສະຫວັນ ຈັນທະມາດ ຮອງຫົວໜ້າພະແນກພະນັກ ງານໄດ້ຜ່າຂໍ້ຕົກລົງ ວ່າດ້ວຍ ການທາບທາມໃຫ້ພະນັກງານກຽມພັກການ ຮັບບຳນານ ຢູ່ ກອງພົນທີ 1, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍ ອາຍຸກະສຽນເຂົ້າຮັບບຳນານ, ອີງຕາມໜັງສືສະເໜີຂອງຜູ້ກ່ຽວ ແລະ ແຜນການຄາດ ກະຂອງຫົວໜ່ວຍກົມກອງ ວ່າດ້ວຍ ການຂໍອະນຸມັດໃຫ້ພະນັກ
ງານພັກການ ຮັບບຳນານ; ອີງຕາມ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງຄະນະພັກ-ຄະນະບັນຊາ ກອງພົນທີ 1 ຄັ້ງວັນທີ 7 ກຸມພາ 2024. ກອງພົນທີ 1 ຄາດກະທາບທາມພະນັກງານພັກການ ກຽມຮັບບຳນານ ຢູ່ ກອງພົນທີ 1 ມີສະຫາຍ ພັນໂທເມີບ ເບທະລາ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ບຸນມາກ ວິໄລສານ ຫົວໜ້າພະແນກປ້ອງກັນອາກາດ ຫ້ອງເສນາທິການ, ສະຫາຍ ພັນໂທ ສຸໄລຄຳ ໄຊບຸນດີ ຫົວໜ້າພະແນກເຊື້ອໄຟ ຫ້ອງພະລາທິການ, ສະຫາຍ ພັນໂທ ຄຳພວງ ສອນທະວົງ ຫົວໜ້າພະແນກ ບໍລິຫານ-ສັງລວມ ຫ້ອງພະລາທິການ, ສະຫາຍ ພັນໂທ ແສງພະຈັນ ໄຊຍະສານ ຮອງຫົວ
ໜ້າພະແນກເສນາຮັກ ຫ້ອງພະລາທິການ, ສະຫາຍ ພັນໂທ ຖາວອນ ແກ້ວເລືອງສີ ຫົວໜ້າຂະແໜງລັງສີ ໂຮງໝໍ ກອງພົນທີ 1, ສະຫາຍ ພັນຕີ ນາງ ຈັນທະລາ ແກ້ວວິສັນ ຄູພະລາທິການ-ເຕັກນິກສະໜາມ ສູນເຝິກອົບຮົມ ແລະ ສະຫາຍ ຮ້ອຍໂທ ນາງ ພັນສີ ຈະເລີນໄຊ ປຸງແຕ່ງ ກອງພັນ 616 ໃຫ້ລໍຖ້າຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ອະນຸມັດໃຫ້ພັກການ ເພື່ອກຽມຮັບບຳນານຕາມນະໂຍບາຍຂອງພັກ-ລັດ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ