ກອງພົນທີ 1 ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2024-02-29 09:16:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:
ວັນທີ 26 ກຸມພາ 2023 ນີ້, ກອງພົນທີ 1 ໄດ້ສະຫຼຸບຖອດ ຖອນບົດຮຽນການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2025-2030), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນໃຫຍ່, ສູນເຝິກອົບຮົມ, ພະແນກຊາວໜຸ່ມ, ກອງພັນ, ກອງຮ້ອຍເອກະລາດ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວກອງພົນເຂົ້າຮ່ວມ.
ສະຫາຍ ພັນໂທ ນາງປ້ອມ ພົມມະລາ ຫົວໜ້າພະແນກສະ ຫະພັນແມ່ຍິງ ກອງພົນທີ 1 ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລ ຍະ 5 ປີຜ່ານມາ ເຊິ່ງຄະນະ ສະຫະພັນແມ່ຍິງແຕ່ລະຂັ້ນໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດ ບົນພື້ນຖານປະຕິບັດຕາມ 4 ບາດ ກ້າວທີ່ຫ້ອງການສະຫະພັນແມ່ ຍິງກອງທັບວາງອອກ ກໍຄືການກະກຽມ, ວາງແຜນ ແລະ ເຊື່ອມຊຶມເປີດຂະບວນການແຂ່ງຂັນ 3 ດີ ຕິດຕາມ, ກວດກາ, ຊຸກຍູ້, ການຈັດຕັ້ງປະຕິບັດວຽກງານ ຂະບວນການ ເນື້ອໃນຂໍ້ແຂ່ງຂັນ 3 ດີ, ການສະ ຫຼຸບຕີລາຄາ ແລະ ຍ້ອງຍໍ ເພື່ອແນໃສ່ສ້າງສະ ມາຊິກແມ່ຍິງທົ່ວກອງພົນໃຫ້ມີນໍ້າໃຈຮັກຊາດ, ມີສະຕິເປັນເຈົ້າຂອງປະເທດຊາດ, ເປັນເຈົ້າສັງຄົມ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນ ແລະ ປະຕິ ບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບຕ່າງໆຂອງກອງທັບ ກໍຄືສູນກາງສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ ແລະ ຮັກສາໄດ້ມູນເຊື້ອອັນດີ ງາມຂອງແມ່ຍິງລາວບັນດາ ເຜົ່າ, ປະກອບສ່ວນໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຄອບຄົວ ແລະ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ. ຜ່ານການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງກອງ ທັບວາງອອກ ເຂົ້າສູ່ການເຄື່ອນ ໄຫວວຽກງານຕົວຈິງຂອງພະແນກສະຫະພັນແມ່ຍິງຢ່າງມີຈຸດສຸມນັ້ນ ສາມາດຄັດເລືອກຜົນງານໄດ້ພົນລະເມືອງດີໄດ້ 399 ສະ ຫາຍ, ພັດທະນາດີ 370 ສະຫາຍ, ສ້າງຄອບຄົວດີ 278 ສະຫາຍ, ແມ່ຍິງ 3 ດີ ປະເພດ I ມີ 370 ສະຫາຍ, ປະເພດ II ມີ 19 ສະຫາຍ, ຄອບຄົວຕົວແບບ ມີ 19 ຄອບຄົວ (ເດັ່ນດ້ານການ ປູກຝັງ-ລ້ຽງສັດ), ບຸກຄົນຕົວແບບມີ 3 ສະຫາຍ (ເດັ່ນດ້ານການປູກຝັງ-ລ້ຽງສັດ), ໜ່ວຍ 3 ດີ 23 ໜ່ວຍ, ຈຸດີ 7 ຈຸເອກະ ລາດ, ກົມກອງນຳພາດີເດັ່ນມີ 36 ກົມກອງ, ພະແນກນຳພາດີເດັ່ນມີ 1 ພະແນກ, ຂະແໜງນຳພາດີ ເດັ່ນ 3 ຂະແໜງ ພ້ອມດຽວກັນ ນີ້ ຍັງໄດ້ຜ່ານທິດທາງແຜນການ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ ຂັນ 3 ດີ 5 ປີ (2025-2030) ອີກດ້ວຍ.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ