
ສນຮລ-ເບຍລາວ ຈັດການແຂ່ງຂັນ ກິລາດອກປີກໄກ່ ຄັ້ງທີ 8
ເວລາອອກຂ່າວ: 2024-02-29 10:09:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 525 | ຄວາມນິຍົມ:
ສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ນະຄອນຫຼວງວຽງຈັນ ຮ່ວມກັບບໍລິສັດ ເບຍລາວ ຈຳກັດ ຈັດການແຂ່ງຂັນກິລາດອກປີກໄກ່ ຄັ້ງທີ 8 ປະຈຳປີ 2024 ເຊິ່ງເປັນກິດຈະກຳໜຶ່ງທີ່ນອນໃນ 11 ກິດຈະກຳຂອງ ສນຮລ ທີ່ໄດ້ຂຶ້ນແຜນເຄື່ອນໄຫວ ປະຈຳປີ 2024 ເພື່ອສ້າງໂອກາດໃຫ້ບັນດາຜູ້ປະກອບການທຸລະກິດຮ້ານອາຫານ ໄດ້ພົບປະແລກປ່ຽນ, ໂດຍຖືເອົາກິລາດັ່ງກ່າວ ເປັນສື່ກາງໃນການພົບປະໂອ້ລົມແລກປ່ຽນເຊິ່ງກັນ ແລະ ກັນ, ແນໃສ່ສ້າງຄວາມເຂັ້ມແຂງທາງດ້ານທຸລະກິດ ແລະ ເສີມສ້າງໃຫ້ບັນດາສະມາຊິກພາຍໃນສະມາຄົມມີສຸຂະພາບແຂງແຮງ.
ການແຂ່ງຂັນກິລາດອກປີກໄກ່ ສນຮລ ນະຄອນຫຼວງວຽງຈັນ-ເບຍລາວ ຈັດຂຶ້ນ ເມື່ອວັນທີ 24 ກຸມພາ ຜ່ານມານີ້, ທີ່ສະໂມສອນດອກປີກໄກ່ເບຍລາວ ບ້ານສາລາຄຳ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງ ວັນຂອງທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການພາກນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາຊີ້ນຳວຽກງານ ສນຮລ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານ ສນຮລ, ມີບັນດາຄະນະບໍລິຫານງານສະມາຄົມ, ສະມາຊິກ ແລະ ສື່ມວນຊົນເຂົ້າຮ່ວມ.
ການແຂ່ງຂັນລາຍການດັ່ງກ່າວແບ່ງອອກເປັນ 2 ປະເພດ ຄື: ຮຸ່ນຊາວໜຸ່ມຄູ່ຊາຍ ແລະ ຮຸ່ນອາວຸໂສຄູ່ຊາຍ; ຊາວໜຸ່ມມີ 24 ຄົນ ແລະ ອາວຸໂສ 10 ທ່ານ. ການແຂ່ງຂັນຈັບສະຫຼາກປະກົບຄູ່ແຂ່ງຂັນເສຍຕົກຮອບ, ຄັດເລືອກເອົາທີມຊະນະຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດຮຸ່ນຊາວໜຸ່ມແມ່ນ ທ່ານ ສຸລິເດດ ກັບ ທ່ານ ເອກະລາດ ແລະ ອັນດັບທີ 2 ທ່ານ ບຸນຕຸລາ ກັບ ທ່ານ ເພັດສະຫວັນ; ສ່ວນຮຸ່ນອາວຸໂສ ຊະນະເລີດແມ່ນ ທ່ານ ບຸນສຸກ ຈາກບໍລິສັດ ເບຍລາວ ກັບ ທ່ານ ນ້ອຍໄຊ ຫຼ້າຄຳ ຈາກກຸ່ມນັກຂ່າວສາຍກິລາລາວ ຫຼື ລາວສະປອດມິເດຍ ແລະ ອັນດັບທີ 2 ແມ່ນ ທ່ານ ນາງ ບູມ ຮ່ວມກັບ ທ່ານ ບຸນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ