
ມອບ-ຮັບໜ້າທີ່ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2024-03-04 15:07:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2178 | ຄວາມນິຍົມ:
ໃນວັນທີ1 ມີນາ 2024 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ ມອບ-ຮັບໜ້າທີ່ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ລະຫວ່າງ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ(ຜູ້ເກົ່າ)ທີ່ໄດ້ອອກພັກການ-ຮັບອຸດໜູນບຳນານ ແລະ ສະຫາຍ ພັນເອກ ບຸນຍອງ ດວງດີ ຫົວໜ້າການທະຫານ(ຜູ້ໃໝ່). ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຄະນະຈັດຕັ້ງແຂວງ, ຫ້ອງການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ(ຜູ້ເກົ່າ) ໄດ້ສະຫຼຸບຄືນຜ່ານການເຮັດໜ້າທີ່ນຳພາ-ຊີ້ນຳໃນການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ສິດ, ໜ້າທີ່, ພາລະບົດບາດ ແລະ ວຽກງານຕ່າງໆ ທີ່ພົ້ນເດັ່ນ. ພ້ອມທັງມອບໜ້າທີ່ທັງໝົດໃຫ້ ສະຫາຍ ພັນເອກ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ (ຜູ້ໃໝ່) ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຮັດໃຫ້ສຳເລັດໜ້າທີ່ຕາມການມອບໝາຍ ແລະ ສືບຕໍ່ນໍາພາ-ຊີ້ນຳຈັດຕັ້ງປະຕິບັດໃນຂົງເຂດວຽກງານຕ່າງໆທີ່ຂັ້ນເທິງມອບໝາຍໃຫ້ບັນລຸໝາກຜົນຕາມການມອບໝາຍ ແລະ ຄວາມໄວ້ວາງໃຈ. ທັງນີ້, ກໍເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບປະຊາຊົນລາວ. ພ້ອມດຽວກັນນີ້, ໃນພິທີກໍໄດ້ເຊັນບົດບັນທຶກການມອບ-ຮັບໜ້າທີ່ຫົວໜ້າການທະຫານ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ. ໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍໄດ້ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາສຳຄັນ ພ້ອງທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບການມອບໝາຍໃຫ້ສູງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູລີ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວທັນການ ແລະ ມີຜົນສຳເລັດສູງ.
ຂ່າວ+ພາບ: ສົມຈີນ ພາບວີດີໂອໄຊຍະສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ