ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກອງພັນ​ສື່ສານ 222 ເປີດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024
ເວລາອອກຂ່າວ: 2024-03-05 08:58:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 477 | ຄວາມນິຍົມ:



ໃນ​ວັນ​ທີ 29 ກຸມພາ 2024, ກອງພັນ​ສື່ສານ 222 ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານຂອງ​ສະຫາຍພັນ​ໂທ ບຸນ​ຈັນ ວິໄລ​ວົງ ຫົວໜ້າ​ການ​ທະຫານ​ ກອງພັນ​ສື່ສານ 222 ກອງ​ພົນ​ທີ 2, ມີ​ພະແນກການ, ບັນດາ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ, ກອງຮ້ອຍ ​ຕະຫຼອດຮອດ​ບັນດາ​ຄູ​-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແກ້ວ​ບຸນ​ພັນ ໄຊ​ບົວ​ເລີຍ ຮອງ​ຫົວໜ້າ​ການ​ທະຫານ ກອງພັນ​ສື່ສານ 222 ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ​ປີ 2024 ໂດຍ​ອີງ​ຕາມ ​ຄຳ​ສັ່ງ​ແນະ ນຳ ຂອງ​ກົມສື່ສານ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ ວິຊາ​ສະເພາະສື່ສານ ແລະ ແຜນການ​ອົບຮົມ-ຫັດແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ຂອງກອງພົນທີ 2 ກໍ​ຄື​ຄຳ​ສັ່ງ​ຂອງ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 2. ຈຸດປະສົງ​ເພື່ອ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ແນະນຳ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024 ໃຫ້​ເປັນ​ຮູບ​ປະ​ທຳ, ທັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດດ້ານ​ ສິລະ​ປະຍຸດ-ຍຸດທະວິທີ​ໃຫ້​ນາຍ ແລະ ພົນທະຫານ ຢູ່​ແຕ່​ລະ​ກົມກອງ​ໃຫ້​ຊຳນິ​ຊຳນານ, ມີ​ພິກໄຫວ​ຄ່ອງ​ແຄ່ວ ​ສາມາດ​ຮັບປະກັນ ໃຫ້​ແກ່​ການ​ກຽມພ້ອມ​ສູ້​ຮົບ ແລະ ແກ້​ໄຂ​ໄດ້​ທຸກ​ກໍລະນີ​ທີ່​ຈະ​ເກີດ​ຂຶ້ນ.​ ເນື້ອ​ໃນ​ອົບຮົມ​ກຳນົດ​ເວລາ​ທັງ​ໝົດ 180 ວັນ ໃນ​ນັ້ນ, ໄດ້​ແບ່ງ​ອອກເປັນ 2 ໄລຍະ; ໄລຍະ​ທີ 1 ເລີ່ມແຕ່​ເດືອນ​ກຸມພາເຖິງ​ເດືອນ​ພຶດສະພາ​ປີ 2024 ແລະ ໄລຍະ​ທີ 2 ເລີ່ມແຕ່​ເດືອນ​ກໍລະກົດ​ເຖິງ​ເດືອນ​ຕຸລາ​ປີ 2024. ຈາກ​ນັ້ນ, ຍັງ​ໄດ້​ເປີດ​ຂໍ້​ແຂ່ງຂັນ ປະຈຳ​ປີ 2024 ແລະ​ຕົວແທນ​ບັນດາ​ກອງຮ້ອຍ​ຂຶ້ນ​ຈັບ​ມື​ແຂ່ງຂັນ​ກັນ​ຕື່ມ​ອີກ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ