ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງບັນຊາການທະຫານ​ແຂວງ​ຊຽງ​ຂວາງ ເຜີຍແຜ່​ເຊື່ອມ​ຊຶມ​ດຳລັດ ໃຫ້​ພະນັກງານ-ນັກຮົບ
ເວລາອອກຂ່າວ: 2024-03-05 08:59:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 506 | ຄວາມນິຍົມ:



ພິທີ​ເຜີຍແຜ່​ເຊື່ອມ​ຊຶມ​ດຳລັດ ໃຫ້​ພະນັກງານ-ນັກຮົບ ຢູ່​ກອງບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກຸມພາ 2024 ນີ້, ໂດຍ​ການ​ເປັນ​ປະທານ ແລະ ເຜີຍແຜ່​ ຂອງ​ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ແລະ ສະຫາຍ ພັນ​ເອກ ບຸນ​ຊູ ໄຊ​ລາສີ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ​ກອງ​ບັນຊາ​ການ, ຫ້ອງການ ​ປກຊ-​ປກສ ແຂວງ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ທົ່ວ​ກອງ​ບັນຊາ​ການ ແລະ ກອງຮ້ອຍ 157 ເຂົ້າ​ຮ່ວມ. ເອກະສານ​ທີ່​ນຳ​ມາ​ເຜີຍແຜ່​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້​ມີ: ດຳລັດ ວ່າ​ດ້ວຍ​ປ່າ​ປ້ອງ​ກັນ ປະກອບ​ມີ 10 ພາກ, 69 ມາດຕາ, ດຳລັດ ​ວ່າ​ດ້ວຍ​ປ່າ​ຜະລິດ ປະກອບ​ມີ 8 ພາກ 62 ມາດຕາ, ດຳລັດ ​ວ່າ​ດ້ວຍ ການ​ປັບ​ໃໝ ແລະ ການ​ນຳ​ໃຊ້​ມາດ​ຕະການ​ອື່ນ​ຕໍ່​ຜູ້​ລະເມີດ​ກົດໝາຍ ແລະ ລະບຽບ​ການ​ກ່ຽວ​ກັບ​ແຮ່​ທາດປະກອບ​ມີ 5 ພາກ 38 ມາດຕາ, ບົດ​ສຸນ​ທອນ​ພົດ ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະເທດ​ແຫ່ງ ​ສປປ ລາວ ໃນ​ພິທີ​ໂຮມ​ຊຸມນຸມ​ລະດັບ​ຊາດ ເພື່ອ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ, ຄຳ​ສັ່ງ​ ຂອງກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ ໃນ​ການ​ປົກ​ປັກ​ຮັກສາ ແລະ ຄຸ້ມ​ຄອງ​ເຄື່ອງ​ແບບ, ເຄື່ອງ​ປະດັບ, ເຄື່ອງ​ປະກອບ​ຂອງ​ກອງທັບ​ປະຊາຊົນ​ລາວ, ຄຳ​ສັ່ງ ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການຈັດຕັ້ງ​ລະບອບ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ ຂອງ​ອົງການ​ກົມ​ກອງ ແລະ ແຈ້ງ​ການ ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ຊື້-ຂາຍເຄື່ອງ​ແບບ, ເຄື່ອງ​ປະດັບ, ເຄື່ອງ​ປະກອບ​ຂອງ​ກອງທັບ​ປະຊາຊົນ​ລາວ. ໂດຍ: ສົມ​ຮັກ ຈັນທະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ