ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ນັກຮຽນນາຍສິບ ຊຸດທີ 27 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຄື່ອນກໍາລັງເຂົ້າຍຶດສະໜາມ
ເວລາອອກຂ່າວ: 2024-03-05 09:00:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 517 | ຄວາມນິຍົມ:



ວັນທີ 1 ມີນາ 2024 ນີ້, ນັກຮຽນນາຍສິບ ຊຸດທີ 27 ກອງຮ້ອຍ 3 ກອງພັນທີ 2 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງເຄື່ອນກໍາລັງ ເຂົ້າຍຶດສະໜາມ, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸດໃຈ ພາລາມີໄຊ ຫົວໜ້າການທະຫານ ກອງພັນທີ 2 ເລີ່ມເຄື່ອນກໍາລັງໄປຕາມເສັ້ນທາງຫາບ້ານທີ 1 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃນໄລຍະທາງ 7 ກິໂລແມັດ. ໃນການເຄື່ອນທັບຄັ້ງນີ້ ເພື່ອເປັນການທົດສອບ ແລະ ເຝິກຝົນກຳລັງກາຍຂອງນັກ ຮຽນໃຫ້ມີຄວາມແຂງແຮງ ຮັບປະກັນໃຫ້ແກ່ການອອກສະ ໜາມ, ກໍາແໜ້ນບົດຮຽນໃນ ການເຝິກແອບຮ່ຳຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການເຄື່ອນກໍາລັງ ຮັບປະກັນຄວາມປອດໄພ 100%. ໂດຍ: ຄຳແປງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ