ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ກຳມະການ​ຕັດສິນ​ຍິງ​ຄົນ​ທຳ​ອິດ​ຂອງລາວ​ຖືກ​ຄັດ​ເລືອກ​ ໃຫ້​ຮ່ວມ​ຕັດສິນ​ລາຍການ​ລະດັບ​ທະວີບອາຊີ
ເວລາອອກຂ່າວ: 2024-03-07 09:46:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 671 | ຄວາມນິຍົມ:



ຖື​ວ່າ​ເປັນ​ອີກ​ໜຶ່ງ​ຂ່າວ​ດີ ແລະ ເປັນຄວາມ​ພາກພູມ​ໃຈ​ຂອງ​ຄົນ​ລາວ ທີ່​ຈະ​ໄດ້​ເຫັນ​ບຸກ​ຄະລາ​ກອນ​ທີ່​ເປັນ​ຄົນ​ລາວ ໄດ້​ຮັບ​ກຽດ​ຖືກ​ເຊີນ​ໄປ​ຮ່ວມ​ຕັດສິນ​ລະດັບ​ທະວີບອາຊີ​ຄັ້ງ​ທຳ​ອິດ ເຊິ່ງ ທ່ານ ນາງ ພຸດ​ສະຫວັນ ຈັນທະ​ວົງ ຜູ້​ຊ່ວຍ​ກຳມະການ​ຕັດສິນ​ລະດັບ​ຟີ​ຟາ (FIFA) ຈາກ​​ ສປປ ລາວ ຈະ​ໄດ້​ໄປ​ຮ່ວມ​ຕັດສິນ​ການ​ແຂ່ງຂັນ​ເຕະບານ​ຍິງ ຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ (U20) ຊີງ​ແຊັມ​ອາຊີ 2024 ຮອບ​ສຸດ​ທ້າຍ ໃນ​ລະຫວ່າງວັນ​ທີ 3-16 ມີນາ 2024 ນີ້. ທ່ານ ນາງ ພຸດ​ສະຫວັນ ຈັນທະ​ວົງ ໃຫ້​ຮູ້​ຕື່ມ​ວ່າ: ກ່ອນ​ຈະ​ຖືກ​ຄັດ​ເລືອກ​ໄປ​ຮ່ວມ​ຕັດສິນ​ຄັ້ງ​ນີ້ ຕົນ​ເອງ​ຕ້ອງ​ອົດທົນ​ເຝິກ​ຝົນ​ຮຽນ​ຮູ້​ດ້ານ​ວິຊາ​ສະເພາະ​ໜັກ​ສົມຄວນ ໂດຍ​ສະເພາະ​ດ້ານ​ພາສາ​ອັງກິດ, ກົດ​ກະຕິ​ກາ, ພະ ລະ​ກຳລັງ, ຈິດໃຈ ແລະ ການ ​ເຮັດ​ວຽກ​ເປັນ​ທີມ ຖື​ວ່າ​ຈະ​ເປັນ​ປະສົບ​ການ​ອັນ​ໃໝ່​ໃຫ້​ກັບ​ຕົນ ​ເອງ ເພື່ອ​ຕໍ່​ຍອດ​ສູ່​ການ​ຕັດສິນ​ລະດັບ​ພາກ​ພື້ນ ແລະ ສາກົນ​ຕໍ່​ໄປ. ສຳລັບປະສົບ​ການ​ຜ່ານ​ມາ​ຂອງ ພຸດ​ສະຫວັນ ຈັນທະ​ວົງ ເລີ່ມ​ຕົ້ນ​ດ້ວຍ​ການ​ເປັນ​ນັກ​ກິລາ​ແລ່ນ​ລານ, ຈາກ​ນັ້ນ​ໄດ້​ຮັບ​ການ​ອົບຮົມຮຽນ​ຮູ້ ເລື່ອງ​ການ​ເປັນ​ກຳມະການ​ຕັດສິນ​ບານເຕະ, ເຄີຍ​ຕັດສິນ​ລາຍການ​ຕ່າງໆ​ພາຍ​ໃນ​ປະເທດ ລວມ​ທັງ​ລະດັບ​ອາ​ຊຽນ ແລະ ອາຊີ ຈຳນວນ​ໜຶ່ງ, ໄດ້ ຮັບໃບຢັ້ງຢືນ​ການ​ເປັນ​ຜູ້​ຊ່ວຍ​ຜູ້​ຕັດສິນ​ລະດັບ​ຟີ​ຟາ​ໃນ​ປີ 2019. ການ​ແຂ່ງຂັນ​ເຕະບານ​ຍິງ ຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ ຊີງ​ແຊັມ​ອາຊີ 2024 ຮອບ​ສຸດ​ທ້າຍ ມີ​ທີມ​ເຂົ້າ​ຮ່ວມ​ທັງ​ໝົດ 8 ທີມ ປະກອບ​ມີ: ອຸດ​ເບກ​ກິດ​ສະຖານ, ໄຕ້​ຫວັນ, ສ ເກົາຫຼີ, ​ອົສ​ຕຣາ​ລີ, ຍີ່ປຸ່ນ, ​ສປປ ເກົາຫຼີ, ​ສປ​ຈີນ ແລະ ຫວຽດ ນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ