ນັກກິລາບ໋ອດເຊຍລາວ ຍາດໄດ້ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ລາຍການ ມາເລເຊຍ ໂອເພັນ 2024
ເວລາອອກຂ່າວ: 2024-03-12 09:34:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ:
ຄະນະນັກກິລາບ໋ອດເຊຍທີມຊາດລາວ ສ້າງຜົນງານໄດ້ ຢ່າງໂດດເດັ່ນ ຍາດມາໄດ້ເຖິງ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ໃນການເຂົ້າຮ່ວມແຂ່ງຂັນກິລາບ໋ອດເຊຍ ລາຍການ ມາເລເຊຍ ໂອເພັນ ປະຈຳປີ 2024 ທີ່ນະ ຄອນຫຼວງ ກົວລາລຳເປີ ປະ ເທດມາເລເຊຍເປັນເຈົ້າພາບ.
ສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ ໄດ້ສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາ ຈຳນວນ 12 ຄົນ ໃນນີ້ແບ່ງເປັນນັກກິລາ 5 ຄົນ ເຂົ້າຮ່ວມການແຂ່ງຂັນກິລາບ໋ອດເຊຍ ລາຍການ ມາເລເຊຍ ໂອເພັນ ປະຈຳປີ 2024 ທີ່ນະຄອນຫຼວງກົວລາລຳເປີ ປະ ເທດມາເລເຊຍ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 1-4 ມີນາ 2024 ເຊິ່ງນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ, ທ່ານ ອານຸຄິດ ແກ່ນວັນຄຳ ປະ ທານບໍລິສັດ ພຣາຍ ສຳຫຼວດ-ອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ທັງເປັນປະທານສະຫະພັນກິລາບ໋ອດເຊຍ ແຫ່ງຊາດລາວ, ທ່ານ ຈາຕຸລົນ ສີລິສັກ ຄູເຝິກ, ທ່ານ ນິດຕະກອນ ສີປະເສີດ ຜູ້ຊ່ວຍຄູເຝິກ ແລະ ທ່ານ ນາງ ສອນທອງ ພອນພະຈັນ ຜູ້ຊ່ວຍຄູເຝິກ. ສ່ວນນັກກິລາ ປະກອບມີ ທ້າວ ຄຳເງາະ ພົງພະນາ ນັກກິລາປະເພດ Bc4, ທ້າວ ຄຳສິງ ຂາວອ່ອນ ນັກກິ ລາປະເພດ Bc1, ນາງ ວຽງສິງ ຫຼວງລາດ ນັກກິລາປະເພດ Bc2, ນາງ ຕູນີ ອອນມຸຍ ນັກກິລາປະເພດ Bc1 ແລະ ທ້າວ ຈະໄກລີ ນັກກິລາປະເພດ Bc2.
ຜ່ານການແຂ່ງຂັນຜົນປະກົດວ່າ ຄະນະນັກກິລາບ໋ອດເຊຍຄົນພິການທີມຊາດລາວ ເຮົາສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ໃນນີ້ 1 ຫຼຽນຄຳ ໄດ້ຈາກ ທ້າວ ຄຳສິງ ຂາວອ່ອນ ນັກກິລາປະເພດ Bc1 ສ່ວນອີກ 4 ຫຼຽນເງິນ ໄດ້ຈາກທ້າວ ຄຳເງາະ ພົງພະນາ ນັກກິລາປະເພດ Bc4, ນາງ ວຽງສິງ ຫຼວງລາດ ນັກກິລາປະເພດ Bc2, ນາງ ຕູນີ ອອນມຸຍ ນັກກິລາປະເພດ Bc1 ແລະ ໄດ້ຈາກປະເພດທີມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ