
ເບສະຫວັນ ແຊັມເກົ່າ ເກັບໄຊ 2 ນັດລວດ ການແຂ່ງຂັນ ຟຸດຊໍ ລາວລີກ ປະຈຳປີ 2024
ເວລາອອກຂ່າວ: 2024-03-13 09:38:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 443 | ຄວາມນິຍົມ:
ການແຂ່ງຂັນຟຸດຊໍ ລາວ ລີກ ປະຈຳປີ 2024 ໃນນັດທີ 2 ທ້າຍອາທິດຜ່ານມານີ້, ເບສະ ຫວັນ ແຊັມເກົ່າຖະຫຼົ່ມຊີ ທີເອ ພາວເວີ 12-3 ປະຕູ, ໂດຍການຍິງຂອງ ຄຳຜາ ພິພັກຄະວົງ, ວັນນະສອນ ລຳໄຊ, ວັນນາ ບຸນຫຼໍ່ວົງສາ, ຂຸນວັງ ສູນດາລາ, ປາດຖະໜາ ພົມມະຈັກ ຍິງຜູ້ລະສອງປະຕູ, ນິລັນ ຫຼວງສີສົມບັດ ແລະ ນິດນິລັນ ຈັນຈະເລີນ ຍິງ ຜູ້ລະໜຶ່ງປະຕູ.
ຂະນະທີ່ ເຄເອັມທີ ຊະນະ ອາສາ ພາວເວີ 7-2 ປະຕູ, ເອັສທີທີ ຊະນະ ຈັນສີ 5-2 ປະຕູ, ເໜືອ-ໃຕ້ ຊະນະ ນະຄອນຫຼວງ 2-0 ປະຕູ, ຊີໄອທີ ເສຍໃຫ້ ວີເຊິນ 3-10 ປະຕູ ແລະ ມາສະດາ ຈີບີ ເສຍໃຫ້ ລາຊະຕະ 1-5 ປະຕູ. ປັດຈຸບັນຜ່ານໄປສອງນັດ ເບສະຫວັນ ແຊັມເກົ່າ, ເອັສທີທີ ແລະ ເໜືອ-ໃຕ້, ວີເຊິນ ໄດ້ໄຊສອງນັດລວດ.
ສ່ວນນັດທີ 3 ຈະສືບຕໍ່ແຂ່ງ ຂັນທ້າຍອາທິດນີ້ ທຸກຄູ່ແຂ່ງຂັນຢູ່ທີ່ສະໜາມກິລາໃນຮົ່ມ ສູນເຝິກຫ້ວຍຫົງ ສຕລ ສາມາດໄປຊົມ ແລະ ເຊຍຕິດຂອບສະໜາມເຂົ້າຊົມໂດຍບໍ່ເສຍຄ່າ ແລະ ສາມາດຕິດຕາມຮັບຊົມການຖ່າຍທອດສົດຜ່ານທາງເຟສບຸກ LAO FUTSAL LEAGUE, LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວັບໄຊສະ ຫະພັນບານເຕະແຫ່ງຊາດລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ