ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນ ກິລາຈູຈິດຊູແຫ່ງຊາດລາວ ເປັນທາງການ
ເວລາອອກຂ່າວ: 2024-03-13 09:39:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິ ລາຈູຈິດຊູແຫ່ງຊາດລາວ ຢ່າງເປັນທາງການ ໂດຍແມ່ນ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານກະຊວງ ສສກ ເປັນປະທານສະຫະພັນ.
ພິທີປະກາດການແຕ່ງຕັ້ງຄະ ນະບໍລິຫານງານສະຫະພັນດັ່ງ ກ່າວ ຈັດຂຶ້ນເມື່ອວັນທີ 7 ມີນາ 2024 ທີ່ຫ້ອງປະຊຸມສະໂມສອນຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານໂດຍ ທ່ານ ຮສ.ປອ ພຸດ ສິມມາ ລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄອລ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ຄືຮູ້ກັນແລ້ວວ່າກິລາຈູຈິດຊູ ໃນໂລກປັດຈຸບັນເຫັນວ່າເປັນທີ່ນິຍົມຊົມຊອບໃນການຫຼິ້ນໃນທົ່ວໂລກ ເວົ້າສະເພາະໃນ ສປປ ລາວ ກໍມີການພັດທະນາຢ່າງເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະວຽກງານພັດທະນາບຸກຄະລາກອນ, ຄູເຝິກ ແລະ ນັກກິລາ ການເຄື່ອນໄຫວຈັດກິດຈະກຳ, ການເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມ ຄັ້ງທີ 32 ທີ່ ຣາຊອານາຈັກກຳປູເຈຍ ສາມາດ ຍາດມາ ໄດ້ 1 ຫຼຽນເງິນ ແລະ ຫຼ້າສຸດ ໃນລາຍການ ຈູຈິດຊູ ລົບບູລີ ໂອເພັນ, ທີ່ປະເທດໄທ ເມື່ອວັນທີ 17 ກຸມພາ 2024 ທີ່ຜ່ານມາ ກໍສາມາດຍາດໄດ້ເຖິງ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ.
ນອກນັ້ນ, ນັກກິລາຈູຈິດຊູທີມຊາດລາວ ກໍໄດ້ເຄື່ອນໄຫວ ທຳການແຂ່ງຂັນທີ່ປະເທດສະ ຫະລັດ ອາເມຣິກາ ແລະ ສາມາດຍາດໄດ້ຫຼຽນລາງວັນຢ່າງຕໍ່ເນື່ອງ, ເຊິ່ງເປັນຄວາມພາກພູມໃຈຂອງວົງການກິລາຈູຈິດຊູ ຄວາມເອກອ້າງ ທະນົງໃຈ ມາສູ່ປະເທດຊາດ, ການຈັດຕັ້ງກິລາຈູຈິດຊູລະດັບພາກພື້ນ, ສາກົນ ແລະ ປະເທດ ເພື່ອນມິດ ໄດ້ຮັບຮູ້ເຖິງການພັດທະນາກິລາຈູຈິດຊູ ຂອງລາວເຮົາ ແລະ ເປັນການ ຍົກມາດຖານຂຶ້ນເປັນລຳດັບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ