
ນັກກິລາບານເຕະຄົນພິການຕາ ທີມຊາດລາວ ເຂົ້າຮ່ວມແຂ່ງຂັນລາຍການໄທແລນ ບລິນ ຟຸດບອນ 2024
ເວລາອອກຂ່າວ: 2024-03-25 10:53:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 483 | ຄວາມນິຍົມ:
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ໃຫ້ສຳພາດກ່ອນອອກເດີນທາງວ່າ: ທັບນັກກິລາຄົນພິການຕາ ທີມຊາດລາວ ມາຮອດປັດຈຸບັນນີ້ແມ່ນມີຄວາມພ້ອມ 80% ຫຼັງຈາກທີ່ໄດ້ມີການກຽມຄູເຝິກ ແລະ ນັກກິລາ ໃນໄລຍະໜຶ່ງ ເຊິ່ງລະຫວ່າງວັນທີ 24-31 ມີນາ 2024 ຈະໄດ້ເດີນທາງໄປເຂົ້າຮ່ວມແຂ່ງຂັນລາຍການເຕະບານທີ່ປະເທດໄທ. ດ້ານການເຝິກຊ້ອມຂອງນັກກິລາ ພົບບັນຫາຄື: ນັກກິລາບານເຕະຄົນພິການຕາ ແມ່ນຫຍຸ້ງຍາກໃນດ້ານການໄປການມາ. ດັ່ງນັ້ນ, ຈຶ່ງເລືອກຊ້ອມຕອນເຊົ້າ ແລະ ຍັງບໍ່ມີອຸປະກອນໃຊ້ເຂົ້າໃນການເຝິກຊ້ອມພຽງພໍ. ເຖິງຢ່າງໃດກໍຕາມ ຂະນະນີ້, ພວກເຮົາໄດ້ຮັບຂ່າວດີກ່ຽວກັບສະມາຄົມບານເຕະຄົນພິການຕາແຫ່ງປະເທດໄທ ມີແຜນຈະໄດ້ມາຊ່ວຍເຫຼືອ ແລະ ຊຸກຍູ້ໃນຈຸດນີ້ ຫຼັງຈາກແຂ່ງຂັນດັ່ງກ່າວລາຍການດັ່ງກ່າວສຳເລັດ. ສ່ວນຂໍ້ສະດວກພວກເຮົາແມ່ນມີສະໜາມເຝິກຊ້ອມເປັນຂອງຕົວເອງ ກໍຄື ສະໜາມ ເບສະຫວັນ ເອັຟຊີ, ມີພະນັກງານສາມາດເບິ່ງແຍງນັກກິລາ
ໄດ້ ລວມເຖິງທາງກະຊວງສຶກສາທິການ ແລະ ກິລາ ໄດ້ຊ່ວຍສະໜັບສະໜູນອຳນວຍຄວາມສະດວກກ່ຽວກັບເອກະສານ ແລະ ອື່ນໆ.
ຂະນະດຽວກັນ, ທ່ານ ສີທົນ ລາດສະວົງ ຄູເຝິກນັກກິລາບານເຕະຄົນພິການ ທີມຊາດລາວ ກ່າວວ່າ: ນັກກິລາຂອງພວກເຮົາຊຸດນີ້ສ່ວນຫຼາຍເປັນນັກກິລາຊຸດເກົ່າທີ່ເຂົ້າຮ່ວມແຂ່ງຂັນ ເອຊຽນ ພາຣາເກມ ປີທີ່ຜ່ານມາ ແລະ ມາຮອດປັດຈຸບັນພວກເຮົາພ້ອມແລ້ວທີ່ຈະເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ ຫຼັງຈາກເກັບຕົວເຝິກຊ້ອມມາ 40 ກວ່າວັນ ໂດຍລາຍການນີ້ພວກເຮົາຈະພົບກັບທີມລະດັບຕົ້ນໆທັງ 3 ປະເທດຄື: ຍີ່ປຸ່ນ ອັນດັບ 2 ຂອງໂລກ, ໄທ ອັນດັບທີ 4 ຂອງໂລກ ແລະ ອິນເດຍ ອັນດັບທີ 13 ຂອງໂລກ, ສ່ວນລາວເຮົາຢູ່ອັນດັບທີ 33 ຂອງໂລກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ