
ຈັດທຣຳ ສາມາດປ້ອງກັນແຊັມສະນຸກເກີ ລາຍການ World Open 2024
ເວລາອອກຂ່າວ: 2024-03-27 09:32:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ:
ການແຂ່ງຂັນສະນຸກເກີລາຍການ World Open 2024, ລາຍການນີ້ ແຂ່ງຂັນທີ່ເມືອງຢູຊານ ແຂວງຈຽງຊີ ປະເທດຈີນ ໃນລະຫວ່າງວັນທີ 18-24 ມີນາຜ່ານມາ ຊີງເງິນລາງວັນລວມ 815.000 ປອນ ຮອບຊີງຊະນະເລີດ ຈັດທຣຳ ແຊັມເກົ່າລາຍການດັ່ງກ່າວ ມື 2 ຂອງໂລກ ຈາກອັງກິດ ສາມາດເອົາຊະນະ ຕິ່ງຈຸນຮຸຍ ມື 9 ຂອງໂລກ ຈາກປະເທດຈີນ ເຈົ້າພາບດ້ວຍຄະແນນ 10-4 ເຟຣມ.
ຈັດທຣຳ ເປັນນັກສະນຸກເກີຄົນທີ 5 ທີ່ສາມາດປ້ອງກັນແຊັມລາຍການນີ້ ຕໍ່ຈາກ ສະຕິບ ເດວິດ, ສະຕີເຟັນ ເຮັນຣີ, ນຽວ ໂຣເບີດສັນ ແລະ ມາກ ອາວເລນ ຮັບຂັນແຊັມ ພ້ອມເງິນລາງວັນ 170.000 ປອນ, ຕິ່ງ ຮອງແຊັມໄດ້ຮັບເງິນລາງວັນ 73.000 ປອນ. ສ່ວນລາງວັນເຂົ້າເບຣກສູງສຸດ 5.000 ປອນ ຕົກເປັນຂອງ ຊັກ ຊົວຕີ້ ຈາກອັງກິດເຮັດ Maximum break 147 ຄະແນນ.
ສະນຸກເກີ ລະດັບໂລກລາຍ ການຕໍ່ໄປແມ່ນຈັດໃນຮູບແບບຄູ່ປະສົມຊີງແຊັມໂລກ World Mixed Doubles ເຊິ່ງຈະແຂ່ງ ຂັນວັນທີ 30-31 ມີນານີ້ ທີ່ເມືອງແມນເຊັດເຕີ ປະເທດ ອັງກິດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ