ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຈໍ​ເກ້ ມາ​​ຣ​ຕິນ ຍາດ​ໄດ້​ແຊັມ ໂມ​ໂຕ​ຈີ​ພີ ສະໜາມ​ທີ 2 ປີ 2024
ເວລາອອກຂ່າວ: 2024-03-27 09:33:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 400 | ຄວາມນິຍົມ:



ການ​ແຂ່ງຂັນຂັບຂີ່​ລົດຈັກ ​ທາງ​ລຽບ ຊີງ​ແຊັມ​ໂລກ ໂມໂຕ​ຈີ​ພີ ສະໜາມ​ທີ 2 ຂອງ​ປີ ລາຍການ ໂປ​ຕູ​ກິ​​ສ ກຣັງ​ປຣີ ທີ່​ສະໜາມ Algarve International Circuit, ທີ່​ເມືອງ​ປໍ​ຕີ​ເມົາ ປະເທດ​ ປັອກ ຕຸຍ​ການ ໃນ​ທ້າຍ​ອາທິດ​ຜ່ານມາ ຄວາມ​ຍາວ​ຕໍ່​ຮອບ 4.592 ແມັດ. ປະກົດ​ວ່າ: ຈໍ​ເກ້ ມາ​​ຣ​ຕິນ ນັກ​ຂັບ​ຂີ່ຊາວ ແອັດ​ສະ​ປາຍ ຈາກ​ທີມ Prima Pramac Racing ນຳ​ໃຊ້​ດູ​ຄາ​ຕິ ເຊິ່ງ​ເປັນ​ຮອງ​ແຊັມ​ໂລກ​ປີຜ່ານມາ ອອກໂຕ​ເປັນ​ຄົນທີ​ສາມ ແຕ່​ແຊງ​ເປັນ​ຜູ້ນຳ​ຕັ້ງແຕ່​ໂຄງ​ທຳ​ອິດ ປະຄອງ​ລົດ​ຄູ່​ໃຈ​ຍາດ​ໄດ້​ແຊັມ​ມາ​ຄອງ​ເປັນ​ສະໜາມ​ທີ 5 ໃນ​ອາຊີບ ເວລາ 41 ນາທີ 18.138 ວິນາທີ ເອົາ​ຊະນະ ເອ​ເນຍ ບັດ​ສະ​ເຕຍ​ນີ​ນີ້ ຊາວ​ອີ​ຕາ​ລີ ຈາກ​ທີມ Ducati Lenovo ນຳ​ໃຊ້​ລົດ​ດູ​ຄາ​ຕິ​ເຊັ່ນ​ກັນ +0.882 ວິນາທີ, ທີ​ສາມ ເປັນ​ຂອງ ເປ​ໂດຣ ອາ​​ຄັອສ​ຕ້າ ຊາວ​ແອັດ​ສະ​ປາຍ ຈາກ​ທີມ Red Bull GasGas Tech3 ນຳ​ໃຊ້​ລົດ ເຄ​ທີ​ເອັມ ຕາມ​ຫຼັງ +5.362 ວິນາທີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ