ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ຖືກ​ຕັດ 4 ຄະແນນ ຫຼັງ​ລະເມີດ​ກົດ​ການ​ເງິນ​ຂອງ​ລີກ​ອັງກິດ
ເວລາອອກຂ່າວ: 2024-03-29 09:09:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ:



ສະໂມສອນ ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ຖືກ​ກວດ​ພົບ​ວ່າຕະຫຼອດ​ໄລຍະ​ເວລາ 3 ປີ ສະໂມສອນ​ຂາດທຶນ​ເກີນ​ກຳນົດ 105 ລ້ານ​ປອນ ໂດຍ​ໃຊ້​ງົບ 250 ລ້ານ​ປອນ ເຊັນ​ສັນຍາ​ຊື້​ນັກ​ເຕະ​ເຖິງ 45 ຄົນ ນັບ​ຕັ້ງແຕ່​ເລື່ອນ​ຊັ້ນ​ຂຶ້ນ​ລີກ​ສູງ​ສຸດ​ໃນ​ປີ 2022 ແຕ່​ລາຍ​ຮັບ​ຂອງ​ສະໂມສອນ​ບໍ່​ໄດ້​ດັ່ງ​ຄາດໝາຍ ຈຶ່ງ​ຖືກ​ລົງໂທດ​ຕັດ​ຄະ ແນນ, ຄາດ​ວ່ານັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ກຳລັງ​ພິຈາລະນາ​ຍືນ​ອຸ ທອນ. ການ​ຖືກ​ຕັດ 4 ຄະແນນ ເຮັດ​ໃຫ້ ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ຫຼົ່ນ​ມາ​ຢູ່​ພື້ນ​ທີ່​ຕົກ​ຊັ້ນ ແລະ ລູ​ຕັນ ຂຶ້ນ​ທີ 17 ເຈົ້າ​ປ່າ ຢູ່​ທີ 18 ມີ 21 ຄະແນນ ຈາກ 29 ນັດ ຫ່າງ​ຈາກ​ພື້ນ​ທີ່​ປອດ​ໄພ 1 ຄະແນນ, 9 ນັດ​ສຸດ​ທ້າຍ​ຂອງ​ລະດູ​ການ ຈະ​ພົບ​ກັບ ຄຣິ​​ສ​ຕັນ ພາ​ເລດ, ຟູ​ແລ່ມ, ສະ​ເປີ, ວູ​​ຟ​ແຮມ​ຕັນ, ເອ​​ັຟ​ເວີ​ຕັນ, ແມນ​ເຊ​​ັສ​ເຕີ​ຊິ​ຕີ້, ເຊ​​ັຟ​ຟິວ, ເຊວ​ຊີ ແລະ ເບີນ​ລີ້. ກ່ອນ​ໜ້າ​ນີ້ທີມ​ທຳ​ອິດ​ທີ່​ຖືກ​ຕັດ​ຄະແນນ​ໃນ​ລະດູ​ການ​ນີ້​ແມ່ນ ເອ​​ັຟ​ເວີ​ຕັນ ເບື້ອງ​ຕົ້ນ​ຖືກ​ຕັດ 10 ຄະແນນ ແຕ່​ອຸທອນ​ຜ່ານ​ໄດ້​ຄືນ 4 ຄະແນນ ຈາກ​ກໍລະນີ​ດຽວ​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ