ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຊາ​ບີ ອາ​ລອນ​ໂຊ ພາ ໄບ​ເອີ ເລ​ເວີ​ຄູ​ເຊັນ ເພີ່ມ​ສະຖິຕິ​ໄຮ້​ປະ​ລາ​ໄຊ 39 ນັດ​ຕິດຕໍ່​ກັນ
ເວລາອອກຂ່າວ: 2024-04-02 09:55:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ:



ລະດູ​ການ​ນີ້ ຊາ​ບີ ອາ​ລອນ​ໂຊ ອະ​ດີດ​ກອງ​ກາງ​ທີມ​ຊາດ ແອັດ​ສະ​ປາຍ ແລະ ສະໂມສອນ ລີ​ເວີ​ພູ ພາ ໄບ​ເອີ ເລ​ເວີ​ຄູ​ເຊັນ ຟອມ​ດີ​ສຸດ​ໃນ​ປະຫວັດສາດ​ຂອງ​ສະໂມສອນ ຍັງ​ບໍ່​ເສຍ​ໃນ​ລະດູ​ການ​ນີ້ ລວມ​ທຸກ​ລາຍການ 39 ນັດ ຊະນະ 34 ສະເໝີ 5 ຍິງ​ໄດ້ 111 ປະຕູ ເສຍ 31 ປະຕູ. ຫຼ້າ​ສຸດ ​ເປີດ​ສະໜາມ​ແຊງ​ຊະນະຮັອຟ​ເຟັນ​ຮາມ 2-1 ປະຕູ. ສະເພາະ​ເກມ​ລີກ ເປັນ​ທີມ​ນຳ ມີ 73 ຄະແນນ ຈາກ 27 ນັດ ຊະນະ 23 ສະເໝີ 4 ນຳ ບາ​ເຢິນ ມິວ​ນິກ ແຊັມ​ເກົ່າ 13 ຄະແນນ ເຫຼືອ​ການ​ແຂ່ງຂັນ​ພຽງ 7 ນັດ ໂອກາດ​ເປັນ​ແຊັມ​ລີກ​ຄັ້ງ​ທຳ​ອິດ​ໃນ​ຮອບ 13 ປີ ສົດໃສ, ຢູ​ໂຣ​ປ່າ​ລີກ ຊະນະ 7 ສະເໝີ 1 ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ ແລະ DFB-Pokal ຊະນະ 4 ນັດ​ລວດ ເຂົ້າ​ ຮອບ 4 ທີມ​ສຸດ​ທ້າຍ ຍັງ​ມີ​ໂອ ກາດ​ລຸ້ນ​ແຊັມ​ສະໄໝ​ທີ 2 ໃນ​ຮອບ 31 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ