ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ທີມ​ຍິງ ບາເຊໂລນາ ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ ລຸ້ນ​ປ້ອງ​ກັນ​ແຊັມ ຢູ​ຟ້າ ແຊັມ​ປຽນ​ລີກ ເພດ​ຍິງ ລະດູ​ການ​ນີ້
ເວລາອອກຂ່າວ: 2024-04-03 12:07:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:



ການ​ແຂ່ງຂັນ​ເຕະບານ ຢູ​ຟາ ແຊັມ​ປຽນ​ລີກເພດ​ຍິງ ລະດູ​ການ 2023-24 ຮອບ 8 ທີມ​ສຸດ​ທ້າຍ ນັດ​ທີ 2 ບາ​​​ເຊ​ໂລ​ນາ ແຊັມ​ເກົ່າ ເປີດ​ສະໜາມ ຊະນະ ແບຣນ ຈາກ​ນອກ​ແວ ທີ່​ເຂົ້າ​ຮອບ​ນີ້​ຄັ້ງ​ທຳ​ອິດ3-1 ປະຕູ, ໄດ້​ຈາກ ໄອ​ຕາ​ນາ ບອນ​ມາ​ຕີ້ ເຈົ້າ​ຂອງ​ລາງວັນ​ນັກ​ເຕະບານ​ຍິງ​ດີເດັ່ນ​ຂອງ​ໂລກ ປີ 2023 ຍິງ​ໜຶ່ງ​ປະຕູ ຊ່ວຍ ບາ​​ເ​ຊໂລນາ ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ 6 ລະດູ​ການ​ຕິດຕໍ່​ກັນ ລວມ​ຜົນ​ສອງ​ນັດ ຊະນະ 5-2 ປະຕູ. ລະດູ​ການ​ນີ້ ບາ​​ເ​ຊໂລນາ ມີ​ໂອກາດ​ລຸ້ນ​ທຸກ​ແຊັມ​ທີ່​ລົງ​ແຂ່ງຂັນ ໃນ​ນີ້ແຊັມ​ປຽນ​ລີກ ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ ໄປ​ພົບ​ກັບ ເຊວ​ຊີ ທີ່​ຜ່ານ ອາ​ແຈັກ ລວມ​ຜົນ​ສອງ​ນັດ 4-1 ປະຕູ, ລີກ​ສູງ​ສຸດເປັນ​ທີມ​ນຳ, ໂຄ​ປາ ເດວ​ເຣ ເຂົ້າ​ຊີງ ແລະ ຊຸບ​ເປີ​ຄັບ ຂອງ​ປະເທດ​ເປັນ​ແຊັມ​ແລ້ວ, ສ່ວນເຊວ​ຊີ ກໍ​ມີ​ລຸ້ນ​ທຸກ​ແຊັມ​ໃນ​ລະດູ​ການ​ນີ້ ລີກ​ສູງ​ສຸດ​ເປັນ​ທີມ​ນຳ, ລີກ​ຄັບເຂົ້າ​ຮອບ​ຊີງ, ເອ​​ັຟ​ເອ​ຄັບ ແລະ ແຊັມ​ປຽນ​ລີກ ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ. ຂະນະ​ທີ່ ໂອ​ລິມ​ປິກ ລີ​ຢົງ ແຊັມ​ສູງ​ສຸດ 8 ສະໄໝ ຜ່ານ ເບັນ​ຟີ​ກ້າ ລວມ​ຜົນ​ສອງ​ນັດ 6-2 ປະຕູ ລີ​ຢົງ ກໍ​ມີ​ໂອກາດ​ລຸ້ນ​ທຸກ​ແຊັມ​ໃນ​ລະດູ​ການ​ນີ້ ໂດຍ​ຮອບ 4 ທີມ​ສຸດ​ທ້າຍ ໄປ​ພົບ​ກັບ ປາ​ຣີ ແຊັງ​ແຊກ​ແມັງ ເພື່ອນ​ຮ່ວມ​ລີກ ທີ່​ຊະນະ ແຮັກ​ເຄິນ ຈາກ​ຊູ​ແອັດ ລວມ​ຜົນ​ສອງ​ນັດ 5-1 ປະຕູ.ຮອບ 4 ທີມ​ສຸດ​ທ້າຍຈະ​ແຂ່ງຂັນ ນັດ​ທີ 1 ວັນ​ທີ 20-21 ເມສາ, ນັດ ​ທີ 2 ວັນ​ທີ 27-28 ເມສາ ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ