ຢານນິກຊິນ ເປັນນັກເທັນນິສຄົນທຳອິດຂອງອີຕາລີ ອັນດັບໂລກດີສຸດ
ເວລາອອກຂ່າວ: 2024-04-04 09:48:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 383 | ຄວາມນິຍົມ:
ການຈັດອັນດັບໂລກຫຼ້າສຸດໃນອາທິດນີ້ ພາຍຫຼັງຈົບລາຍການໃຫຍ່ ມາສເຕີ 1.000 ໄມອາມີ້ ໂອເພັນ 2024 ທີ່ສະຫະລັດ ອາເມຣິກາ ໃນອາທິດຜ່ານມາ ປະກົດວ່າ: ຢານນິກ ຊິນເນີ ນັກເທັນນິສຊາວອີຕາລີ ທີ່ຟອມດີມາແຕ່ຕົ້ນປີນີ້ ແລະ ສາມາດພິຊິດ ແຊັມ ໄມອາມີ້ ໂອເພັນ ປີນີ້ ໂດຍຮອບຊີງຊະນະເລີດເອົາຊະນະຈີກໍ ດີມີຕັອຟ ທີ່ສ້າງປະຫວັດສາດເປັນນັກເທັນນິສບຸນກາຣີ ຄົນທຳອິດເຂົ້າຊີງລາຍການນີ້ດ້ວຍຄະແນນ 2-0 ເຊັດ: 6-3, 6-1.
ການເປັນແຊັມຄັ້ງນີ້ ຊິນເນີ ໄດ້ຮັບເງິນລາງວັນ $1,100,000 ໂດລາສະຫະລັດ ແລະ ຄະແນນສະສົມ 1.000 ຄະແນນ ເຮັດໃຫ້ອັນດັບໂລກຂອງ ຊິນເນີ ຈາກທີ 3 ແຊງ ຄາລັອສ ອາວຄາຣາຊ ຂຶ້ນເປັນທີ 2 ຂອງໂລກ ມີ 8,710 ຄະແນນ ສ້າງປະຫວັດສາດອີກໜ້າໃໝ່ກາຍເປັນນັກເທັນນິສອີຕາລີຄົນທຳອິດ ທີ່ມີອັນດັບໂລກດີສຸດ, ທຳລາຍສະຖິຕິຂອງ ຟານເຊັສກາ ສະເຄຍໂວເນ່ ແລະ ອາເດຍໂນ ປານັດຕາ ສອງຕຳນານນັກເທັນນິສຍິງ-ຊາຍລຸ້ນເອື້ອຍອ້າຍ ທີ່ເຄີຍຢູ່ອັນດັບ 4 ຂອງໂລກ, ປີນີ້ ຊິນເນີ ໄດ້ແຊັມໄປແລ້ວ 3 ລາຍການຄື: ແກຣນສະແລມ ອັອສສະເຕຣລ້ຽນ ໂອເພັນ, ຣັອດເຕີດຳ ໂອເພັນ ແລະ ໄມອາມີ້ ໂອເພັນ.
ສຳລັບ ຊິນເນີ ສ້າງປະຫວັດ ສາດເປັນນັກເທັນນິສອີຕາລີຄົນທຳອິດໄດ້ແຊັມລາຍການນີ້ ກ່ອນໜ້ານີ້ ຊິນເນີ ເຂົ້າຊີງລາຍການນີ້ສອງຄັ້ງ ໄດ້ຮອງແຊັມທັງສອງຄັ້ງ ປີ 2021 ແລະ 2023.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ