ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຫ້ອງເສນາທິການ ທະຫານແຂວງອຸດົມໄຊ ເປີດຊຸດອົບຮົມ-ຫັດແອບ ປະຈໍາປີ 2024
ເວລາອອກຂ່າວ: 2024-04-08 15:47:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2024 | ຄວາມນິຍົມ:



ວັນທີ 5 ເມສາ 2024ນີ້ ຫ້ອງເສນາທິການ ທະຫານແຂວງອຸດົມໄຊເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2024 ຂື້ນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານນັກຮົບເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄຳຜາຍ ໄຊປັນຍາ ເລຂາໜ່ວຍພັກ ຮັກສາການຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ ຂື້ນຜ່ານແຜນການອົບຮົມ-ຫັດແອບ ການທະຫານ, ການເມືອງ , ພະລາທິການ ແລະ ເຕັກນິກ ປະຈຳປີ 2024. ໃນຕອນທ້າຍພິທີ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ແຕ່ງຕັ້ງຄະນະຮັບຜິດຊອບລົງຊຸກຍູ້ໃກ້ຊິດຕິດແທດໃນເວລາອົບຮົມ-ຫັດແອບຕົວຈິ່ງ, ຕັ້ງໜ້າຝຶກແອບຮ່ຳຮຽນໃຫ້ມີຄວາມສຳນິສຳນານທາງດ້ານສິນລະປະຍຸດ-ຍຸດທະວິທີ່, ປະຕິບັດຂໍ້ກຳນົດກົດລະບຽບໃຫ້ເຂັ້ມງວດ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດ່ຽວ, ພ້ອມກັນອົດທົນຜ່ານຜ່າອຸປະສັກ ແນ່ໃສເຮັດໃຫ້ບັ້ນອົບຮົມຄັ້ງນີ້ ບັນລຸຕາມເປົ້າໝາຍທີ່ວາງໄວ້. ຂ່າວ: ສັນໂສພີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ