ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ທີມ​ຍິງ ອາ​ເຊ​ນອນ ສາມາດ​ປ້ອງ​ກັນ​ແຊັມ ລີກ​ຄັບ ອັງກິດ​ໄດ້​ອີກ​ສະໄໝ
ເວລາອອກຂ່າວ: 2024-04-09 09:13:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 378 | ຄວາມນິຍົມ:



ການ​ແຂ່ງຂັນ​ເຕະບານລີກ​ຄັບ​ອັງກິດ ໃນ​ຮອບ​ຊີງ​ຊະນະ​ເລີດ ລະດູ​ການ​ນີ້ ( 2023-24 ) ຈັດ​ຂຶ້ນ​ທີ່​ສະໜາມ​ໂມລີ​ນິວ ຂອງ​ສະໂມສອນ​ວູ​​ຟ​ແຮມ​ຕັນ ວັນ​ເດີ​ເຣີ, ທີມ​ຍິງຂອງ​ສະໂມສອນ ອາ​ເຊ​ນອນ ໂຊ​ຟອມ​ການ​ຫຼິ້ນ​ໄດ້​ດີສາມາດ​ເອົາ​ຊະນະ ທີມເຕະບານ​ຍິງ ສະໂມສອນ ເຊວ​ຊີ ດ້ວຍ​ຄະແນນ 1-0 ປະຕູ ໃນ​ຊ່ວງ​ໄລຍະ​ການ​ຕໍ່​ເວລາ​ພິເສດ ໂດຍ​ເວລາ​ປົກກະຕິ​ສະເໝີ​ກັນ 0-0 ປະຕູ ໂດຍ​ໄດ້​ປະ ຕູ​ໄຊ​ຈາກ​ການ​ຍິງ​ຂອງ ສະຕີ​ນ້າ ແບັກ​ສະ​ເຕ​ນີ​ອຸ​​ສ ສູນ​ໜ້າ​ທີມ​ຊາດ​ຊູ​ແອັດ ນາທີ 116' ແລະ ເປັນ​ຜູ້​ທີ່​ຍິງ​ປະຕູ​ຫຼາຍ​ສຸດ​ໃນ​ລະດູ​ການ​ນີ້ ລວມ 9 ປະຕູ. ສຳລັບ ທີມ​ເຕະບານ​ຍິງ​ສະໂມສອນ ອາ​ເຊ​ນອນ ປ້ອງ​ກັນ​ແຊັມ​ໄດ້​ສຳເລັດ ແລະ ເພີ່ມ​ສະຖິຕິ​ໄດ້​ແຊັມ​ເຕະບານ​ລາຍການ​ນີ້​ຫຼາຍ​ສຸດ 7 ສະໄໝ, ຂະນະ​ທີ່​ສະໂມ ສອນ ເຊວ​ຊີ ເປັນ​ຮອງ​ແຊັມ 3 ລະດູ​ການ​ຕິດຕໍ່​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ