ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນກອງພົນທະຫານຮາບທີ 4
ເວລາອອກຂ່າວ: 2024-04-09 14:36:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1008 | ຄວາມນິຍົມ:



ໃນວັນທີ 9 ເມສາ 2024 ນີ້, ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນ ຫວຽດນາມ ນຳໂດຍ ສະຫາຍ ພົນຕີ ຮ່າເທາະບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເຂົ້າອວຍພອນກອງພົນທະຫານຮາບທີ 4 ເນື່ອງໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພ ສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ທີ່ຈະໝູນວຽນມາບັນຈົບຄົບຮອບອືກວາລະໜຶ່ງໂດຍໃຫ້ການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 4 ພ້ອມຄະນະພັກ-ຄະນະບັນຊາກອງພົນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ ທັງ 2 ຄະນະກໍ່ໄດ້ພັດປ່ຽນກັນຂຶ້ນກ່າວສະແດງຄໍາເຫັນ ຍົກໃຫ້ເຫັນມິດຕະພາບ ຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງກຳລັງ :ກອງບັນຊາການທະຫານເຂດ4ແລະກອງພົນທະຫານຮາບທີ4 ພ້ອມກັນເສີມຂະຫຍາຍສາຍພົວພັນເຮັດມີແບບພິເສດ,ການຮ່ວມມືແບບຮອບດ້ານໃນທຸກດ້ານ,ການປັບປຸງກໍ່ສ້າງກົມກອງ,ດ້ານງົບປະມານ,ເຄື່ອງມືທາງການແພດ ແລະ ອື່ນໆ,ການປະສານງານຮ່ວມມືເຮັດໃຫ້ສະພາບມີຄວາມສະຫງົບປອດໄພໂດຍພື້ນຖານ ຈາກນັ້ນທັງສອງຄະນະກໍ່ໄດ້ ກ່າວຄຳອວຍພອນໄຊອັນປະເສີດ ພ້ອມທັງກ່າວສະແດງຄວາມຢື້ຢາມຖາມຂ່າວ ຕໍ່ຄະນະພັກ,ຄະນະບັນຊາ ຕະຫຼອດຮອດບັນດານາຍ ແລະ ພົນທະຫານ ທີ່ປະຕິບັດໜ້າປະຈຳການຢູ່ບັນດາກົມກອງຕ່າງໆຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສຳເລັດໃນໜ້າທີ່ວຽກງາທີ່ພັກລັດແລະ ປະຊາຊົນມອບໝາຍໃຫ້. ຂ່າວ: ຮທ ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ