ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ
ເວລາອອກຂ່າວ: 2024-04-11 09:14:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1423 | ຄວາມນິຍົມ:



ໃນ​ວັນ​ທີ 3 ເມສາ 2024 ນີ້, ຢູ່​ສະໂມສອນ​ກອງພັນ 405 ກອງ​ບັນຊາ​ການ​ທະຫານ​ແຂວງ ບໍ່​ແກ້ວ ໄດ້​ປະກາດ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະ ຫານ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ເຄນ ແກ້ວ​ດາຣາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຄະນະ​ພັກ-ຄະນະ​ບັນ ຊາ ກອງ​ບັນຊາ​ການ​ທະຫານ​ເມືອງ​ຕົ້ນ​ເຜິ້ງ, ກອງພັນ 405, ກອງຮ້ອຍ 17, ກອງຮ້ອຍ 121, ກອງຮ້ອຍ 122 ພ້ອມ​ດ້ວຍນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ສະຫວັນ ຄຳ​ມະນີ​ຫຼ້າ ຫົວໜ້າ​ພະ​ແນກ​ພະ ນັກງານ​ ກອງ​ບັນຊາ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ; ອີງ​ຕາມ ​ກົດໝາຍ​ນາຍ​ທະຫານ​ກອງ ທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ນາຍ​ທະຫານ; ອີງ​ຕາມ ​ການ​ຄົ້ນຄວ້າ​ນຳ​ສະເໜີ​ຂອງ​ກົມ​ ໃຫຍ່​ການເມືອງ​ກອງທັບ, ກະ ຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ເລື່ອນ​ຊັ້ນ ຮ້ອຍ​ເອກ ຂຶ້ນ ພັນ​ຕີ 7 ສະຫາຍ, ​ຮ້ອຍ​ໂທ ຂຶ້ນ ຮ້ອຍ​ເອກ 7 ສະຫາຍ, ຮ້ອຍ​ຕີ ຂຶ້ນ ຮ້ອຍ​ໂທ 17 ສະຫາຍ, ຍິງ 1 ສະຫາຍ; ວາທີ ຂຶ້ນ ຮ້ອຍ​ຕີ 2 ສະຫາຍ ແລະ ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ 1 ສະຫາຍ. ສະຫາຍ ພັນ​ໂທ ເຄນ ແກ້ວດາຣາ ໄດ້ເນັ້ນ​ໜັກ​ໃຫ້​ບັນ ດາ​ສະຫາຍ​ທີ່​ໄດ້​ຮັບ​ຊັ້ນ​ໃໝ່ ຈົ່ງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໃຫ້​ສູງ​ຂຶ້ນ​ກວ່​​າ​ເກົ່າ, ສືບຕໍ່​ປັບປຸງ​ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນເຂັ້ມແຂງ​ຮອບດ້ານ, ເຊື່ອມ​ຊຶມ ແລະ ຈັດ​ຕັ້ງ​ປະຕິບັດ ນະໂຍບາຍ​ມະຕິ, ຄຳ​ສັ່ງ​ ຂອງ​ພັກ ກົດໝາຍ​ຂອງ​ລັດ ເພື່ອ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ດ້ານ​ຄຸນສົມບັດສິນ​ທຳ​ປະຕິວັດ ຊອກ​ຮູ້​ຮ່ຳຮຽນ​ຍົກ​ສູງ​ຄວາມ​ຮູ້ ຄວາມ​ສາມາດໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ ແລະ ພ້ອມ​ກັນ​ປັບປຸງ​ແບບແຜນ​ດຳລົງ​ຊີວິດ​ໃຫ້​ໂປ່ງ​ໃສ, ມີ​ຄວາມ​ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້ ຄວາມ​ສາມາດໄປ​ຈັດຕັ້ງຕິ​ປະ​ບັດໝູນ​ໃຊ້​ເຂົ້າ​ໃນ​ໜ້າ ທີ່​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ​ໃຫ້​ມີ​ຜົນສຳເລັດ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ