ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນແຂວງບໍ່ແກ້ວ ປິດ​ບັ້ນ​ເຝິກອົບຮົມ-ຫັດ​ແອບ ໃຫ້​ທະຫານ​ໃໝ່
ເວລາອອກຂ່າວ: 2024-04-11 09:17:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1238 | ຄວາມນິຍົມ:



ພິທີ​ປິດ​ບັ້ນ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ໃຫ້​ທະຫານ ໃໝ່ ຊຸດ​ທີ 31 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ເມສາ 2024 ນີ້, ຢູ່​ທີ່​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ບໍ່​ແກ້ວ, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ທອງ​ໄຂ ສີ​ຍາ​ລາດ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ຫ້ອງ, ຄະນະ​ອຳນວຍ​ການ​ໂຮງຮຽນ, ພະແນກການ​ກ່ຽວ​ຂ້ອງ, ພະນັກງານ​ຄູ-ອາຈານ ຕະຫຼອດ​ຮອດ ກຳລັງ​ທະຫານ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ສີ ມະນີ​ສອນ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ບໍ່​ແກ້ວ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ໃນ​ການຈັດຕັ້ງ​ປະຕິບັດ​ອົບ ຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ເຫັນ​ໄດ້​ວ່າ​ແຕ່​ລະ​ສະຫາຍ​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ອົດທົນ​ພະຍາຍາມ​ທາງ​ດ້ານ​ຮ່າງກາຍ​ເຂັ້ມແຂງ​ທາງ​ດ້ານ​ຈິດໃຈ, ສຸມ​ໃສ່​ໃນ​ການເຝິກແອບ​ຮ່ຳຮຽນ ຍົກ​ສູງ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ທິດ​ສະ​ດີ​ຫຼັກການ ແລະ ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ເຮັດ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ສາມາດ​ເຮັດ​ສຳເລັດ​ຕາມ​ລະດັບ​ຄາດໝາຍ ແລະ ມີ​ຄວາມ​ປອດ​ໄພ 100%. ຜ່ານ​ການ​ອົບ ຮົມ-ຫັດ​ແອບ​ຕົວ​ຈິງ​ໃນ​ໄລຍະ 90 ວັນ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຄື: ພາກ​ການເມືອງ ສະເລ່ຍ​ຜົນ​ໄດ້​ຮັບ 90%, ພາກ​ການ​ທະຫານ 80%, ພາກ​ກິລາ ແລະ ກິລາ​ການ​ທະຫານ 80%, ວິຊາ​ສິນລະປະ​ຍຸດ 80%, ວິຊາ​ຍຸດທະວິທີ 80% ແລະ ພາກ​ພະລາທິການ-ເຕັກນິກ ສະເລ່ຍ​ຜົນ​ໄດ້​ຮັບ 70%, ສະເລ່ຍ​ຜົນ​ໄດ້​ຮັບ​ໃນ​ການ​ອົບຮົມ-ຫັດ​ແອບ​ທັງ​ໝົດ​ໄດ້ 81%. ສາມາດ​ຈັດ​ປະເພດ​ຄວາມ​ຮັບ​ຮູ້​ໄດ້​ດັ່ງນີ້: ປະເພດ​ເກັ່ງ ຈຳນວນ 11 ສະຫາຍ ແລະ ປະເພດ​ກາງ 117 ສະຫາຍ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ຄຳ​ສີ ມະນີ​ສອນ ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ທະຫານ​ໃໝ່ ຊຸດ​ທີ 31 ຈຳນວນ 128 ສະຫາຍ ຢ່າງ​ສົມ​ກຽດ. ໂດຍ: ວໍລະ​ສິດ ພິດ​ສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ