ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນແຂວງຄຳ​ມ່ວນ ສະຫຼຸບ​ການແຂ່ງຂັນ​ ຮັກ​ຊາດ ແລະ ພັດທະນາ
ເວລາອອກຂ່າວ: 2024-04-11 09:29:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1309 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ ຮັກ​ຊາດ ແລະ ພັດທະນາ ປະຈຳ​ປີ 2023 ແລະ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ປະຈໍາປີ 2024 ຂອງ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນແຂວງຄຳ​ມ່ວນ ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນມີນາ 2024, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ທອງ​ສຸກ ອຸ່ນ​ວິໄລ​ຫົງ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະ ນະ​ອຳນວຍ​ການ, ຂະແໜງການ, ​ພະ​ນັກ​ງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຜຸຍ ສີ​ແສງ​ໄຊ ຫົວໜ້າ​ຂະແໜງການ​ເມືອງ​ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ຄຳ​ມ່ວນ ໃຫ້​ຮູ້​ວ່າ: ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ໄດ້​ປຸກລະດົມ​ພະນັກງານ-ນັກຮົບ ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ໃນ​ແຕ່​ລະ​ດ້ານ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຈັດ​ຕັ້ງ​ປະຕິບັດ​ແຜນການ​ໃນ​ແຕ່​ລະ​ດ້ານ​ໃຫ້​ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້; ນອກຈາກ​ນັ້ນ, ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ ແລະ ທິດ​ທາງ​ແຜນການ​ໃນ​ປີ 2024 ເພື່ອ​ວາງ​ຄາດໝາຍ​ສູ້​ຊົນ​ໃຫ້​ໄດ້​ຮັບ​ຜົນ​ດີ. ຈາກ​ນັ້ນ, ແຕ່​ລະ​ຂະແໜງການ​​ໄດ້​ຂຶ້ນ​ເຊັນ​ບົດ​ບັນທຶກ​ຮ່ວມ​ກັນ ແລະ ຈັບ​ມື​ຮັບ​ຂໍ້​ແຂ່ງຂັນ ເພື່ອ​ພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ດັ່ງກ່າວ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ບັນລຸ​ຕາມ​ຄາດໝາຍ. ໂອກາດ​ນີ້, ສະຫາຍ ພັນ​ໂທ ເດດ​ສະໝອນ ສັນຍາ​ລັກ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການ​ທະຫານ ໄດ້​ຜ່ານ​ແຈ້ງ​ການ ​ຂອງ​ກະຊວງ​ປ້ອງ​ກັນ​ປະ ເທດ ແລະ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ວ່າ​ດ້ວຍ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ເຊິ່ງ​ຈຸດປະສົງ​ ເພື່ອ​ແນໃສ່​ເຮັດ​ໃຫ້​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ຮັບປະກັນ​ວຽກ​ງານ​ປະຈຳການ​ກຽມພ້ອມ​ສູ້​ຮົບ ແລະ ປະຈຳການ​ບໍລິຫານ​ຕະຫຼອດ 24 ຊົວ​ໂມງ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ຫັນ​ພາວະ​ປົກກະຕິ​ການ​ກຽມພ້ອມ​ສູ້​ຮົບ ໃຫ້​ຂອງ​ພະນັກງານ-ນັກຮົບ ມີ​ຄວາມ​ສະ​ດຸ້ງ​ໄວ ເປັນຕົ້ນ​ແມ່ນ​ການ​ກອບ​ກູ້​ໄພພິບັດ​ທາງ​ທຳ​ມະ​ຊາດ ແລະ ປະຕິບັດ​ໜ້າທີ່​ອື່ນໆ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ. ສຳລັບ​ແຜນການ​ໃນຕໍ່ໜ້າ​ກ່ຽວ​ກັບ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະ ນາ ​ປະຈຳ​ປີ 2024 ນີ້, ຄະນະ​ພັກ-ຄະນະ​ອຳນວຍ​ການ ​ຈະ​ໄດ້​ສືບຕໍ່​ເປັນ​ເຈົ້າ​ການ​ນຳພາ-ຊີ້​ນຳ ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ ໂດຍ​ການ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ-ພາຍ​ນອກ ໃຫ້​ແໜ້ນ​ແຟ້ນ ແລະ ກວ້າງຂວາງ, ເປັນ​ເຈົ້າ​ການ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ວິ​ໃນ​ຂອງ​ກອງທັບຢ່າງ​ເຂັ້ມ​ງວດ, ຄຽງ​ຄູ່​ກັບ​ການ​ສ້າງ​ຂະ​ບວນ​ການ​ຕ່າງໆ​ຢ່າງຮອບດ້ານ ຕິດ​ພັນ​ກັບ​ຂະ​ບວນ​ການ​ໃນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຂະ​ບວນ​ການ​ສ້າງ​ກອງ 3 ປອດ (ປອດ​ໃສ ປອດ​ໄພ ປອດ​ຄະດີ), ນັກຮົບ​ວັດທະນະທຳ-ກົມ​ກອງວັດທະນະທຳ ເພື່ອ​ພ້ອມ​ກັນ​ສ້າງ​ກົມ​ກອງ​ກາຍເປັນ​ກົມ​ກອງ​ທີ່​ມີ​ລະບຽບ​ແບບແຜນ ແລະ ທັນ​ສະໄໝ. ໂດຍ: ວິໄລ​ວອນ ພົມ​ມະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ