ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະພັກຮາກຖານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ມີທ່າຂະຫຍາຍຕົວດີ
ເວລາອອກຂ່າວ: 2024-04-11 09:31:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1077 | ຄວາມນິຍົມ:
ສະຫາຍ ພັນເອກ ດຣ ພຶດສະພາ ສົນທິລາດ ຮອງເລ ຂາຄະນະພັກຮາກຖານ, ຫົວໜ້າການທະຫານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະ
ພາບກອງທັບ ໃຫ້ຮູ້ວ່າ: ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ພະນັກງານສະມາຊິກພັກເປັນເຈົ້າການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍການຈັດຕັ້ງຜັນຂະຫຍາຍ ແລະ ຫັນເອົາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງປະເທດວາງອອກ ເປັນແຜນການອັນລະອຽດຕົວຈິງ, ພ້ອມທັງເປີດຂະບວນການສ້າງກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແນໃສ່ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ຮູ້ປ້ອງກັນການຈັດຕັ້ງພັກ, ມີຄວາມປອດໃສໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນການນຳພາທີ່ສອດຄອງຖືກຕ້ອງ, ຫັນເອົາ 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງພະນັກງານສະມາຊິກພັກ ໂດຍຖືເອົາການສ່ອງແສງລາຍງານແຕ່ລະໜ່ວຍພັກເປັນປະຈຳ ເປັນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເຮັດໃຫ້ກົມກອງມີຄວາມສະຫງົບ ຍູ້ແຮງການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເດີນແມ່ນແລ່ນສະດວກດີ ແລະ ມີຜົນສຳເລັດເປັນກ້າວໆໃນຮູບແບບສ້າງກົມກອງໃຫ້ມີແບບແຜນທັນສະໄໝ.
ຜ່ານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຫັນວ່າພະນັກ ງານສະມາຊິກພັກໄດ້ມີສະຕິຕື່ນຕົວ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເຮັດວຽກຢ່າງມີແຜນການ ແລະ ເປັນລະບົບ. ສາມາດຕີລາຄາແບ່ງປະເພດຄຸນນະພາບສະມາຊິກພັກໃນປີ 2023 ຜ່ານມາໄດ້ດັ່ງນີ້: ສະ
ມາຊິກພັກແຂງ 118 ສະຫາຍ ເທົ່າກັບ 93,65%, ໄດ້ຮັບການຢັ້ງຢືນຈາກຄະນະປະຈຳພັກຂັ້ນເທິງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດ I ມີ 8 ໜ່ວຍພັກ, ປະເພດ II ມີ 1 ໜ່ວຍພັກ, ສຳລັບສົກປີ 2023-2024 ສະເໜີຄະນະພັກຂັ້ນເທິງຮັບຮອງຕື່ມຄື: ໜ່ວຍພັກ I, ໜ່ວຍພັກ III ແລະ ສະເໜີຄະນະພັກຂັ້ນເທິງຮັບຮອງເປັນສະໄໝທີ 5, ໜ່ວຍພັກ V ສະເໜີຮັບຮອງເປັນຄັ້ງທີ 3, ໜ່ວຍພັກ II ສະເໜີຮັບຮອງເປັນຄັ້ງທີ 2 ແລະ ອີກ 4 ໜ່ວຍພັກສະເໜີຄະນະພັກຂັ້ນເທີງຮັບຮອງໃໝ່. ຈາກຜົນງານດັ່ງກ່າວ, ກົມກອງຍັງໄດ້ຮັບການຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃນນັ້ນ, ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 13 ສະຫາຍ, ຊັ້ນ III ຈຳນວນ 16 ສະຫາຍ ແລະ ໃບຍ້ອງຍໍລັດຖະບານຈຳນວນ 10 ສະຫາຍ ຢ່າງສົມກຽດ.
ສະຫາຍ ພັນເອກ ດຣ ພຶດສະພາ ສົນທິລາດ ຍັງກ່າວຕື່ມອີກວ່າ: ເພື່ອຮັບປະກັນເຮັດໃຫ້ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີຄຸນນະພາບ ໃນຕໍ່ໜ້້າຄະນະພັກ-ຄະນະບັນຊາ ຈະໄດ້ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນທີ່ຄົງຄ້າງ, ຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນສຳຄັນໃນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານ ທາງດ້ານຄຸນນະພາບ, ຖືເອົາການສຳຫຼວດກວດກາຕີລາຄາປະເພດແບ່ງປະເພດສະມາຊິກພັກໃນແຕ່ລະໄລຍະ ພ້ອມນັ້ນ ກໍຕ້ອງປະຕິບັດນະໂຍບາຍ, ຍ້ອງຍໍໃຫ້ສົມເຫດສົມຜົນ, ຖືກຕາມມາດຕະຖານຫຼັກການໂດຍອີງໃສ່ເງື່ອນໄຂຕົວຈິງ, ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຂາດຕົວ ເພື່ອສ້າງໃຫ້ກົມກອງມີຄວາມສະຫງົບ ເຕີບໃຫຍ່ເຂັ້ມແຂງກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ອ້ອຍພັນ ແພງບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ