ກອງບັນຊາການທະຫານແຂວງວຽງຈັນ ຈັດພິທີບາສີສູ່ຂັວນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ພສ 2567
ເວລາອອກຂ່າວ: 2024-04-11 12:55:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2226 | ຄວາມນິຍົມ:
ວັນທີ 09 ເມສາ 2024 ນີ້, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວ ກອງບັນຊາການທະຫານແຂວງວຽງຈັນ, ໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ຂຶ້ນຢູ່ກົມກອງຂອງຕົນ, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະພັກ, ອາດີດການນໍາກອງບັນຊາການ, ອົງການ, ພະແນກການ, ກົມກອງ ອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງມີບັນຍາກາດຟົດຟື້ນ, ມີເນື້ອໃນ ແລະ ມີຄວາມໝາຍສໍາຄັນສອດຄ່ອງກັບຮີດຄອງປະເພນີລາວ.
ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ຕາງໜ້າໃຫ້ແກ່ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຂຶ້ນກ່າວຄຳ ອວຍພອນໄຊອັນປະເສດແດ່ ການນຳພັກ-ລັດ ກໍຄືການນຳກອງບັນຊາການທະຫານແຂວງວຽງຈັນຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນຳ-ນຳພາປະເທດຊາດກໍ ຄືກົມກອງຂອງພວກເຮົາໃຫ້ມີ ຄວາມກ້າວໜ້າຂຶ້ນເລື້ອຍໆ, ໂອກາດປີໃໝ່ຂໍຝາກຄວາມຄິດຮອດ ຄິດເຖິງ ແລະ ຄວາມເປັນຫ່ວງເປັນໄຍອ້າຍນ້ອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ບໍ່ໄດ້ເດີນທາງກັບບ້ານ ຄືນສູ່ຖິ່ນລໍາເນົາຂອງຕົນ ຂໍໃຫ້ບັນດາສະຫາຍຈົ່ງມີສຸຂະພາບແຂງແຮງ ພ້ອມກັນອົດທົນບຸກບືນ, ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ເຮັດສໍາເລັດໜ້າທີ່ຕາມທີ່ພັກ-ລັດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າມອບໝາຍໃຫ້. ຈາກນັ້ນກໍໄດ້ມີພິທີບາສີສູ່ຂວັນ ຮັບພອນປີໃໝ່ຜູກຂໍ້ຕໍ່ແຂນ ແລະ ຫົດສົງນໍ້າໃຫ້ພອນ ເຊິ່ງກັນ ແລະ ກັນດ້ວຍບັນຍາກາດຟົດຟື້ນມ່ວນ ຊື່ນຕາມຮີດຄອງປະເພນີລາວທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ. ໃນໂອກາດສໍາຄັນດັ່ງກ່າວໄດ້ມີບັນດາກົມກອງອ້ອມຂ້າງ, ຫົວໜ່ວຍທຸລະກິດ, ບໍລິສັດຮ່າງຮ້ານຕ່າງໆ ໄດ້ນໍາເອົາກະຕ່າຂອງຂັວນ, ວັດຖຸປັດໃຈຈໍານວນໜຶ່ງເພື່ອ ມາອວຍພອນ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນອີກດ້ວຍ.
ພາບ-ຂ່າວ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ