ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ອວຍພອນປະທານ ປກຊ-ປກສ ແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່
ເວລາອອກຂ່າວ: 2024-04-11 13:09:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2391 | ຄວາມນິຍົມ:



ໃນວັນທີ 11 ເມສາ 2024 ນີ້, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ນໍາໂດຍທ່ານ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ໄດ້ນໍາກະຕ່າດອກໄມ້ເຂົ້າອວຍທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງ, ເຈົ້າແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ ພສ 2567 ທີ່ຈະມາເຖິງໃນມໍ່ໆນີ້. ການເຂົ້າອວຍພອນໃນຄັ້ງນີ້, ກໍເພື່ອເປັນການສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງຕໍ່ຄະນະພັກ, ອົງການປົກຄອງແຂວງ ໂດຍສະເພາະແມ່ນທ່ານເລຂາພັກແຂວງ, ປະທານ ປກຊ-ປກສ, ເຈົ້າແຂວງເຊກອງ ທີ່ຍາມໃດກໍ່ເປັນຫ່ວງເປັນໄຍເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ ຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງກອງບັນຊາການທະຫານແຂວງ ແລະ ສາມາດຍາດໄດ້ຜົນງານ ກໍຄື ຜົນສໍາເລັດຫຼາຍໆດ້ານທີ່ພົ້ນເດັ່ນ, ເປັນຕົ້ນ ການປ້ອງກັນເວນຍາມກອງປະຊຸມ, ວັນບຸນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງແຂວງ. ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ກໍ່ໄດ້ຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ກໍຄື ນາຍ ແລະ ພົນທະຫານ ທີ່ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ, ເຫື່ອແຮງຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເຮັດໃຫ້ແຂວງເຊກອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມນີ້, ປະທານ ປກຊ-ປກສ ຍັງໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະນໍາ, ນາຍ ແລະ ພົນທະຫານ ສືບຕໍ່ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍຍອມຈໍານົນ, ມູນເຊື້ອຄວາມສາມັກຄີ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງ ດ້ວຍບາດກ້າວບຸກທະລຸໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້ ຄື: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ້ງຄັ້ງເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ຂ່າວ-ພາບ: ສັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ