ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ທີມ​ຊາດ​ຍິງ​ແອັດ​ສະ​ປາຍ ຜົນງານ​ດີ​ຕໍ່​ເນື່ອງ ຍາດ​ໄດ້ໄຊຊະນະ 2 ນັດ​ລວດ​ ຮອບ​ຄັດ​ເລືອກ ຢູ​ໂຣ ທີມ​ຍິງ 2025
ເວລາອອກຂ່າວ: 2024-04-22 09:17:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 487 | ຄວາມນິຍົມ:



ທີມ​ຊາດ​ຍິງ​ແອັດ​ສະ​ປາຍ ອັນ​ດັບ 1 ຂອງ​ໂລກ ແຊັມ​ໂລກ​ຄັ້ງ​ຫຼ້າ​ສຸດ ເປີດ​ບ້ານ​ແຊງ​ຊະນະ ສາທາລະນະ​ລັດ​ເຊັກ ອັນ​ດັບ 28 ຂອງ​ໂລກ​​ດວ້ຍ​ຄະແນນ 3-1 ປະຕູ. ມາ​ເຣຍ ເມັນ​ເດັດ, ເຈັນ​ນີ້ ເຮີ​ໂມ​ໂຊ້ ແລະ ມາ​ຣີ​ໂອ​ນ້າ ຄາວ​ເດັນ​ຕີ້ ຍິງ​ຜູ້​ລະ​ປະຕູ. ທີມ​ຊາດ​ແອ​​ັສ​ປາຍພາຍຫຼັງ​ສ້າງ​ປະຫວັດສາດ​ຍາດ​ໄດ້​ແຊັມ​ໂລກ​ຄັ້ງ​ທຳ​ອິດ​ໃນ​ປີຜ່ານມາ ຈາກ ​ນັ້ນ ກໍ​ໄດ້​ແຊັມ ຢູ​ຟ້າ ເນ​ຊັ່ນ​ລີກລະ ດູ​ການ 2023-24 ຄັ້ງ​ທຳ​ອິດ. ປັດຈຸບັນ ທີມ​ຊາດ​ຍິງ​ແອັດ​ສະ​ປາຍເປັນ​ທີມ​ນຳ​ຮອບ​ຄັດ​ເລືອກ​ກຸ່ມ​ທີ 2 ສາມາດ​ຍາດ​ໄດ້​ໄຊຊະນະ 2 ນັດ​ລວດ ເຊັ່ນ​ດຽວ​ກັນ​ກັບທີມ​ຊາດ​ດານ​ມາກ ແຕ່​ປະຕູ​ໄດ້​ເສຍ​ດີ​ກວ່າ 5 ໜ່ວຍ, ຂະ ນະ​ທີ່ສາທາລະນະ​ລັດ​ເຊັກ ແລະ ແບນ​ຊິກ ຍັງ​ບໍ່​ມີ​ຄະແນນ. ຂະນະ​ທີ່ອັງກິດແຊັມ​ເກົ່າ ແລະ ເປັນ​ຮອງ​ແຊັມ​ໂລກກໍຍາດ​ໄດ້​ໄຊຊະນະຈາກ​ທີມ​ຊາດອຽກ​ລັງ ດ້ວຍ​ຄະແນນ 2-0 ມີ 4 ຄະແນນ ຈາກ 2 ນັດ, ສ່ວນ ທີມ​ຊາດ​ຝຣັ່ງ ຮອງ​ແຊັມ ຢູ​ຟ້າ ເນ​ຊັ່ນ​ ລີກ ລະດູ​ການ​ຫຼ້າ​ສຸດບຸກ​ຊະນະ ຊູ​ແອັດ ດ້ວຍ​ຄະແນນ 1-0 ປະຕູ, ທີມ​ຊາດ​ເຢຍ​ລະ​ມັນຮອງ​ແຊັມ​ຢູ​ໂຣ ຄັ້ງ​ຫຼ້າ​ສຸດ ເປີດ​ບ້ານ​ຊະນະ ອິດ​ສະ​ລັງ ດ້ວຍ​ຄະແນນ 3-1 ປະຕູ ແລະ ທີມ​ຊາດ​ໂຮນ​ລັງ ຊະ ນະ ນໍ​​ຣ​ເວ ນອກ​ແວ ​ດ້ວຍ​ຄະແນນ 1-0 ປະຕູ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ