ກອງບັນຊາການທະຫານແຂວງຫຼວງພະບາງສະເຫຼີມສະຫຼອງປີໃໝ່ ພສ 2567
ເວລາອອກຂ່າວ: 2024-04-22 11:17:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1262 | ຄວາມນິຍົມ:
ວັນທີ19 ເມສາ 2024 ນີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ພສ 2566 ຕ້ອນຮັບປີໃໝ່ ພສ 2567, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເລຂາຄະນະພັກ ຫົວໜ້າການທະຫານ ແລະ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກຳມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາອົງການ, ກົມກອງ, ພະແນກ, ຄອບຄົວຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະນັກງານ-ນັກຮົບອົງການ 6 ຫ້ອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມບ້ານອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີໄດ້ມີການບາສີສູ່ຂວັນຜູກຂໍຕໍ່ແຂນອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ສົ່ງທ້າຍປີເກົ່າ ພສ 2566 ຕ້ອນຮັບປີໃໝ່ ພສ 2567, ໂດຍສືບຖອດປະຕິບັດກັນມາແຕ່ດຶກດຳບັນ, ການຈັດພິທີບາສີສູ່ຂວັນຄັ້ງນີ້ເປັນການພົບປະຮັດແໜ້ນຄວາມສາມັກຄີລະຫ່ວາງຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ, ພະແນກການ ແລະ ພະນັກງານ-ນັກຮົບໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມນີ້ຍັງເປັນການປູກຈິດສຳນຶກຂອງພະນັກງານ-ນັກຮົບໃຫ້ຮັບຮູ້ຄວາມໝາຍສຳຄັນມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີວິໄສ ເພັງສັນຕິສຸກ ກໍາມະການພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງໄດ້ຕ່າງໜ້າຄະນະພັກ-ຄະນະບັນຊາ ກໍຄືພະນັກງານ-ນັກຮົບກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການຈັດຕັ້ງພັກ-ລັດທຸກຂັ້ນ, ຕະຫຼອດເຖິງອົງການຈັດຕັ້ງສາກົນທີ່ຢູ່ແຂວງຫຼວງພະບາງ ເຊິ່ງຕະຫຼອດໄລຍະຜ່ານມາໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ໃຫ້ການອູ້ມຊູຊ່ວຍເຫຼືອເຮັດໃຫ້ກົມກອງມີຄວາມເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງເປັນກ້າວໆມາ ພ້ອມທັງອວຍພອນໃຫ້ທຸກພາກສ່ວນມີສຸຂະພາບແຂງແຮງ, ຫ້າວຫັນເຮັດສຳເລັດໜ້າທີ່ການເມືອງອັນສູງກຽດ, ພ້ອມສະເຫຼີມສະຫຼອງບຸນປີໃໝ່ລາວດ້ວຍບັນຍາກາດເບີກບານມ່ວນຊື່ນ, ເດີນທາງໄປມາຫາສູ່ກັນດ້ວຍຄວາມປອດໄພ, ຈາກນັ້ນອົງການ, ກົມກອງ, ພະແນກການ ແລະ ແຂກຮັບເຊີນໄດ້ຜັດປ່ຽນກັນຂຶ້ນມອບກະຕ່າຂອງຂວັນ ແລະ ວັດຖຸປັດໃຈຈຳນວນໜຶ່ງອວຍພອນຄະນະພັກ -ຄະນະບັນຊາການທະຫານແຂວງ ແລະ ຫົດສົງນ້ຳອວຍພອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ຂ່າວ: ສົມພອນ ສຸວັນທອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ