ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ເຊັນສັນຍາຮັບເໝົາໂຄງການກໍ່ສ້າງລະບົບນໍ້າກິນນໍ້າໃຊ້ຢູ່ກອງພັນນ້ອຍ 22
ເວລາອອກຂ່າວ: 2024-04-22 11:37:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1416 | ຄວາມນິຍົມ:



ໃນວັນທີ11 ເມສາ 2024 ນີ້, ໄດ້ເຊັນສັນຍາຮັບເໝົາໂຄງການກໍ່ສ້າງລະບົບນໍ້າກິນນໍ້າໃຊ້ ຢູ່ກອງພັນນ້ອຍ22 ກອງພົນທີ 2 ກັບບໍລິສັດ ໂອທີຈະເລີນຊັບ ກໍ່ສ້າງຈໍາກັດຜູ້ດຽວ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ2, ມີສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ2 , ທ່ານ ອຸນໄຊ ຫົວໜ້າບໍລິສັດໂອທີຈະເລີນຊັບ ກໍ່ສ້າງຈໍາກັດຜູ້ດຽວ, ຜູ້ຕ່າງໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ແລະ ບັນດາອະນຸກໍາມະການໂຄງການກໍ່ສ້າງເຂົ້າຮ່ວມ. ໃນສັນຍາຮັບເໝົາໂຄງການກໍ່ສ້າງ ເຊິ່ງປະກອບມີລະບົບນໍ້າກິນນໍ້າໃຊ້, ສະໂຕໂດນໍ້າ 1 ຈຸດ ແລະ ອ່າງອາບນໍ້າ 4 ຈຸດ ຢູ່ກອງພັນນ້ອຍ22 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2 ໂດຍທັງສອງຝ່າຍໄດ້ຕົກລົງເປັນເອກະພາບເຊັນສັນຍານໍາກັນຕາມເນື້ອໃນວ່າດ້ວຍຂໍ້ຜູກພັນໃນສັນຍາ, ຝ່າຍມອບເໝົາກໍຄືທາງກອງພົນໄດ້ຕົກລົງເຫັນດີມອບໂຄງການໃຫ້ຝ່າຍຮັບເໝົາໂຄງການເປັນຜູ້ກໍ່ສ້າງນັບແຕ່ເລີ່ມຕົ້ນຈົນສໍາເລັດ100% ເພື່ອຮັບປະກັນປະຕິບັດໂຄງການກໍ່ສ້າງໃຫ້ສໍ່ເລັດຕາມສັນຍາ ລວມມູນຄ່າທັງໝົດແມ່ນ 1.912.226.000 ກີບ ( ໜຶ່ງຕື້ ເກົ້າຮ້ອຍສິບສອງລ້ານສອງແສນຊາວຫົກພັນກີບ ), ໄລຍະປະຕິບັດລວມ 6 ເດືອນ, ເລີ່ມແຕ່ວັນທີ09/04–10/09/2024 ແມ່ນໃຫ້ສໍາເລັດ. ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ