
ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ
ເວລາອອກຂ່າວ: 2024-04-23 14:46:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1927 | ຄວາມນິຍົມ:
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ23 ເມສາ 2024, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ
ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນ, ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໃນຕອນເຊົ້າຂອງວັນທີ23 ເມສາ 2024, ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ Oknha Mahamontrei KUY Sophol, ອົງຄະມົນຕີ, ລັດຖະມົນຕີອາວຸໂສ ປະຈໍາພະຣາຊະວັງ, ທັງເປັນລັດຖະມົນຕີກຽດຕິຍົດຂອງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ.
ໃນໂອກາດຢ້ຽມຢາມລັດຖະກິດຢູ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຈະໄດ້ພົບປະສອງຝ່າຍກັບ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງຂອງ ຣາຊະອານຈັກ ກໍາປູເຈຍ, ເປັນຕົ້ນ: ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ປະທານສະພາສູງແຫ່ງ ຣາຊະອານາຈັກ ກຳປູເຈຍ; ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ, ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ນອກນັ້ນ, ຍັງຈະໄດ້ໄປວາງພວງມາລາ ທີ່ອານຸວາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ ແລະ ອານຸສາວະລີ ເອກະລາດ ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ