ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ປະທານປະເທດລາວ ແລະ ພະມະຫາກະສັດ ກໍາປູເຈຍ ພົບປະປຶກສາຫາລື ເພື່ອເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ເວລາອອກຂ່າວ: 2024-04-23 14:48:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1988 | ຄວາມນິຍົມ:



ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 23 ເມສາ 2024, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນຕອນເຊົ້າຂອງວັນທີ23 ເມສາ 2024, ທີ່ພະຣາຊະວັງແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍການໃຫ້ກຽດຕ້ອນຮັບຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ. ພາຍຫຼັງສໍາເລັດພີທີຕ້ອນຮັບ, ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດນີ້, ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້. ຂະນະດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ທີ່ເຕັມປ່ຽມໄປດ້ວຍໄມຕີຈິດມິດຕະພາບ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ. ການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ຂອງ ພະນະທ່ານ ທອງລຸນ ສີສຸລິດ ຖືເປັນການຢ້ຽມຢາມທາງລັດຖະກິດ ຄັ້ງທີ 2 ໃນຖານະເປັນປະທານປະເທດ ແຫ່ງ ສປປ ລາວ, ຊຶ່ງມີຄວາມໝາຍສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນສອງຝ່າຍ ລະຫວ່າງ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີຄ້າຍຄືກັນ ມີມູນເຊື້ອແຫ່ງການພົວພັນອັນດີມາແຕ່ບູຮານນະການ. ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໃນປີ 2019 ສອງປະເທດກໍ່ໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ສອງປະເທດສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ການນໍາຂັ້ນສູງສຸດຂອງສອງປະເທດ ມີຄວາມໃກ້ຊິດ ແລະ ສະໜິດສະໜົມກັນ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1956 ມາເຖິງປະຈຸບັນ ເປັນເວລາເກືອບ 68 ປີ, ສປປ ລາວ ຖືວ່າ ຣາຊະອານາຈັກ ກໍາປູເຈຍ ເປັນເພື່ອນບ້ານໃກ້ຄຽງທີ່ດີ, ບ້ານແກ່ວເມືອງດອງ, ມີສາຍພົວພັນທີ່ມີມູນເຊື້ອອັນຍາວນານ. ໃນອະດີດທີ່ຜ່ານມາ ພະມະຫາກະສັດ ໂນໂຣດົມ ສີຫານຸ, ສົມເດັດ ພະບິດາ ຂອງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍ່ໄດ້ສະເດັດໄປຢ້ຽມຢາມ ເມືອງວຽງໄຊ, ເຂດປົດປ່ອຍຂອງລາວ ອັນໄດ້ເປັນກໍາລັງໃຈອັນຍິ່ງໃຫຍ່ແກ່ປະຊາຊົນລາວ ໃນການຕໍ່ສູ້ປົກປ້ອງອະທິປະໄຕຂອງຕົນ ໃນເມື່ອກ່ອນ, ພາຍຫຼັງສະຖາປະນາ ສປປ ລາວ ແລະ ຟື້ນຟູ ຣາຊະອານາຈັກ ກຳປູເຈຍ, ພະບາດ ສົມເດັດ ໂນໂຣດົມ ສີຫານຸ ກໍ່ໄດ້ໄປຢ້ຽມຢາມ ສປປ ລາວ ອີກດ້ວຍ, ຊຶ່ງ ສປປ ລາວ ຖືວ່າ ພະອົງແມ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກຳປູເຈຍ ຍ້ອນການພົວພັນລະດັບສູງສຸດດັ່ງກ່າວນີ້ ຈຶ່ງເຮັດໃຫ້ສອງປະເທດ ລາວ-ກໍາປູເຈຍ ມີມິດຕະພາບ ແລະ ການພົວພັນທີ່ດູດດື່ມຕະຫຼອດມາ ທັງໄດ້ເພິ່ງພາອາໃສເຊິ່ງກັນ ແລະ ກັນ ສະເໝີມາ. ສະນັ້ນ, ເພື່ອເປັນສັນຍາລັກແຫ່ງຄວາມສຳພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ, ລັດຖະບານ ແລະ ປະຊາຊົນລາວ ຈຶ່ງໄດ້ມອບຊ້າງ ຈຳນວນ 2 ເຊືອກ ຄື ທ້າວ ຈໍາປາ ແລະ ນາງ ລໍາດວນ ໃຫ້ແກ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍ່ຄືປະຊາຊົນກຳປູເຈຍ ໃນໂອກາດມາຢ້ຽມຢາມໃນຄັ້ງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຮ່ວມກັນຊຸກຍູ້ ໃຫ້ລັດຖະບານທັງສອງປະເທດສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການຕົກລົງຮ່ວມກັນ ລະຫວ່າງ ສອງລັດຖະບານ ລາວ ແລະ ກໍາປູເຈຍ ໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະເທດຊາດ ກໍ່ຄືປະຊາຊົນສອງຊາດ ລາວ-ກໍາປູເຈຍ, ໂດຍສະເພາະບັນດາຜົນການຕົກລົງ ແລະ ເອກະສານທີ່ລົງນາມຮ່ວມກັນ ໃນໂອກາດທີ່ ສົມເດັດ ມະຫາ ບໍວໍ ທິບໍດີຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນມີນາ 2024 ຜ່ານມາ, ທັງຍັງເຫັນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ເພື່ອສືບຕໍ່ຮັກສາມູນເຊື້ອສາຍສໍາພັນລະດັບສູງສຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄວ້ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ນໍາເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ແລະ ຈິງໃຈ, ຊຶ່ງຈະເປັນພື້ນຖານອັນໜັກແໜ້ນ ຕໍ່ການເພີ່ມທະວີສາຍພົວພັນ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ກໍ່ຄືປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ. ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ເຊື້ອເຊີນ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ສະເດັດ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫັນວ່າສະດວກ ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ໃນໄລຍະໃໝ່, ຊຶ່ງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍ່ໄດ້ສະແດງຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ສປປ ລາວ. ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ ແລະ ອານຸສາວະລີ ເອກະລາດ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ