
ກອງບັນຊາການທະຫານແຂວງ ບໍລິຄຳໄຊ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ
ເວລາອອກຂ່າວ: 2024-04-23 15:57:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1906 | ຄວາມນິຍົມ:
ວັນທີ 23 ເມສາ 2024 ນີ້, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 14 ເມສາ 1955 - 14 ເມສາ 2024 ) ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກໍາມະການຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບໍລິຄໍາໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງຫ້ອງ, ພະນັກງານ-ນັກຮົບ ແລະ ບັນດາສະມາຊິກຊາວໜຸ່ມທົ່ວອົງການ 05 ຫ້ອງ, ກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ, ໄດ້ປາຖະກະຖາຫວນຄືນມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຖືເອົາວຽກງານຂົນຂວາຍ, ຈັດຕັ້ງ ແລະ ນໍາພາວຽກງານຊາວໜຸ່ມ ເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ; ພັກໄດ້ຕົກລົງສ້າງຕັ້ງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ ໃນຖັນແຖວກໍາລັງປະກອບອາວຸດ ໃນວັນທີ 14 ເມສາ 1955 ອົງການຈັດຕັ້ງຊາວໜຸ່ມ ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມກໍາລັງຊາວໜຸ່ມ, ປະຕິບັດພາລະບົດບາດ ປະຈັນບານໃນທຸກສະໜາມຮົບດ້ວຍມານະອົດທົນມີນ້ຳໃຈຮັບໃຊ້ຊາດອັນສູງສົງເປັນກໍາລັງປະກອບອາວຸດຢູ່ແນວໜ້າໃນທຸກຂົງເຂດ ທຸກທີ່ ທຸກບ່ອນພ້ອມກັນຈັດຕັ້ງແຂ່ງຂັນປະຕິບັດຄໍາຂວັນ ບ່ອນໃດຍາກຊາວໜຸ່ມບຸກບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ ຕະຫຼອດໄລຍະແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍແມ່ນພັກປະຊາຊົນປະຕິວັດລາວ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ສ້າງຕັ້ງ, ເຝິກຝົນຫຼໍ່ຫຼອມ ແລະ ນໍາພາໂດຍກົງ ພາຍໃຕ້ຮົ່ມທຸງຂອງພັກ, ຂະບວນການຂອງຊາວໜຸ່ມໄດ້ມີຜົນງານປະກອບສ່ວນຫຼາຍດ້ານ ແລະ ພົ້ນເດັ່ນໃນພາລະກິດຕໍ່ສູ້ໃນເມື່ອກ່ອນ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກໍາເນີດເກີດຂຶ້ນ ໂດຍຜ່ານຂະບວນການຕໍ່ສູ້ປະຕິວັດຕິດພັນໂດຍກົງກັບການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ, ຈັດຕັ້ງຜັນຂະຫຍາຍມູນເຊື້ອບົດບາດປະຈັນບານເຂົ້າໃນການຈັດຕັ້ງປະຕິບັດ ແນວທາງມະຕິກອງປະຊຸມໃຫຍ່ ແຕ່ລະສະໄໝຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ແລະ ເນື້ອໃນຂໍ້ແຂ່ງຂັນ ແຕ່ລະໄລຍະຈັດຕັ້ງຜັນຂະຫຍາຍ 4 ບຸກທະລຸມາເປັນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ຕິດພັນກັບມະຕິ 3 ສ້າງ ຂອງກົມການເມືອງສູນກາງພັກຫັນປ່ຽນ ແລະ ທ່ວງທ່າທີ່ກ້າວໜ້າໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຊາວໜຸ່ມ-ເຍົາວະຊົນ ໃນໄລຍະໃໝ່ ເພື່ອໃຫ້ສົມກັບຄໍາເວົ້າຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ມອບນາມະຍົດໃຫ້ຊາວໜຸ່ມທີ່ວ່າ ຊາວໜຸ່ມຈົງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົງກາຍເປັນສິນໄຊແຫ່ງຍຸກສະໄໝ.
ພາບ-ຂ່າວ: ນາງນ້ອຍ ບານທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ