
ມອບເຄື່ອງກິລາ ໃຫ້ພະແນກໂຄສະນາ-ອົບຮົມ ທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2024-04-24 08:56:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:
ໃນກາງເດືອນເມສາ 2024, ສະຫາຍ ພັນໂທ ສົມບູນ ລໍບັນລຸນ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ນຳເອົົາເຄື່ອງກິ
ລາ ຈຳນວນ 20 ຊຸດ ມູນຄ່າ 2 ລ້ານກວ່າກີບ ມາມອບໃຫ້ ພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ໂດຍການກ່າວຮັບ ຂອງສະຫາຍ ພັນໂທ ປະກາຍເພັດ ອ້ອມລັດເດີ ຫົວໜ້າພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ປະກາຍເພັດ ອ້ອມລັດເດີ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ພັນໂທ ສົມບູນ ລໍບັນລຸນ ທີ່ໄດ້ນຳເອົາເຄື່ອງກິລາມາມອບໃຫ້ໃນຄັ້ງ ນີ້ ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເຄື່ອງກິລາດັ່ງກ່າວ ເຂົ້າໃນວຽກງານຂະບວນການກິລາລວມຂອງກົມກອງ.
ໂດຍ: ບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ