
ກອງພັນໃຫຍ່ 302 ກອງພົນທີ 3 ປະກາດການເລື່ອນໃຫ້ຊັ້ນນາຍທະຫານ
ເວລາອອກຂ່າວ: 2024-04-24 08:58:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 720 | ຄວາມນິຍົມ:
ໃນວັນທີ 23 ເມສາ 2024 ນີ້, ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງ ກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ພຸດພອນມະນີ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 302 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ ກອງພັນໃຫຍ່ 302, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍ ການເລື່ອນຊັ້ນນາຍທະຫານຢູ່ໃນຖັນແຖວກອງ
ທັບໃນນີ້, ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນໃຫ້ນາຍທະຫານ ຢູ່ ກອງພັນໃຫຍ່ 302 ຄື: ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 7 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ປະດັບທຽບຊັ້ນຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບຊັ້ນປະລິນຍາຕີ 1 ສະຫາຍ ແລະ ຊັ້ນສູງ 1 ສະຫາຍ. ໂອກາດດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກອງພົນທີ 3 ວ່າດ້ວຍ ການສັ່ງຖອດພະນັກງານວິຊາສະເພາະຂັ້ນນາຍສິບຈຳນວນໜຶ່ງ ຢູ່ ກອງພັນໃຫຍ່ 302 ໄປຮັບໜ້າທີ່ໃໝ່ ຢູ່ ກອງພົນທີ 3.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ