ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ມອບ​ຄອມ​ພິວ​ເຕີ ໃຫ້​ພະ​ແນກ​ກົດໝາຍກອງບັນຊາການ ທະຫານ​ແຂວງ​ຊຽງ​ຂວາງ
ເວລາອອກຂ່າວ: 2024-04-24 08:59:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ:



ໃນ​ວັນ​ທີ 22 ເມສາ 2024, ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳນວນ 1 ຊຸດ ມາ​ມອບ​ໃຫ້​ພະ​ແນກ​ກົດໝາຍ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຊຽງ​ຂວາງ, ໂດຍ​ການ​ກ່າວ​ຮັບ ​ຂອງ​ສະຫາຍ ພັນ​ໂທ ສີ​ພອນ ດວງ​ມະນີ ຫົວໜ້າ​ພະ​ແນກ​ກົດໝາຍ ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ສີ​ພອນ ດວງ​ມະນີ ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່ ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ທີ່​ໄດ້​ມອບ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ໃຫ້​ພະ​ແພກ​ກົດໝາຍ ໄດ້​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານວິຊາ​ສະເພາະ​ຂອງ​ຕົນ ມີ​ຄວາມ​ສະດວກ​ວ່ອງໄວ ເຮັດ​ສຳເລັດ​ທຸກ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະພ້ອມ​ທັງ, ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ນຳ​ໃຊ້​ເຄື່ອງ​ຊ່ວຍເຫຼືອ​ດັ່ງກ່າວເຂົ້າ​ໃນ​ໜ້າທີ່​ວິຊາ​ສະ ເພາະໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ແລະ ບົວລະບັດ​ຮັກສາໃຫ້​ສາມາດ​ນຳ​ໃຊ້​ໄດ້​ຍາວ​ນານ. ໂດຍ: ສົມ​ຮັກ ຈັນທະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ