ທະຫານເມືອງຊະນະສົມບູນ ປິດຊຸດອົບຮົມ-ຫັດແອບ ການເມືອງ-ການທະຫານ ໃຫ້ກອງຫຼອນ ປະຈຳປີ 2024
ເວລາອອກຂ່າວ: 2024-04-24 09:01:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 628 | ຄວາມນິຍົມ:
ກາງເດືອນເມສາ 2024 ນີ້, ກອງບັນຊາການທະຫານເມືອງ ຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບການເມືອງ-ການທະຫານ ໃຫ້ແກ່ກຳລັງເຄິ່ງປະກອບອາວຸດກອງຫຼອນທົ່ວເມືອງ ປະຈຳປີ 2024 ຢູ່ທີ່ສະໜາມອົບຮົມ-ຫັດແອບຍິງລູກປືນແທ້ຂອງກົມກອງ ໂດຍການເປັນປະທານຂອງ ສະຫາຍ ຂາວພອນ ສີຍາທະຈັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານຂັ້ນເມືອງ, ມີສະຫາຍ ພັນຕີ ພານິດ ກິດຕິມະສັກ ຮອງຫົວໜ້າພະແນກການທະຫານທ້ອງຖິ່ນ ແຂວງຈຳປາສັກ, ມີຄະນະປະຈຳພັກເມືອງ, ພະນັກງານກໍ່ສ້າງຮາກຖານ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ຕະຫຼອດຮອດກຳລັງເຄິ່ງປະກອບອາວຸດກອງຫຼອນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ພັນຕີ ຈັນທາ ໄຊປັນຍາ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມືອງຊະນະສົມບູນ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຜ່ານການອົບຮົມ-ຫັດແອບຕົວຈິງ ໃນໄລຍະ 15 ວັນ ເຫັນວ່າແຕ່ລະສະຫາຍ ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ປະຕິບັດໂມງເວລາ, ຮັກສາຄວາມ
ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ກຳແໜ້ນທາງດ້ານເນື້ອໃນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ຜ່ານການອົບຮົມ-ຫັດແອບມີຈຳນວນພົນ
ເຂົ້າຮ່ວມ79 ສະຫາຍ ສາມາດຕີລາຄາຜົນໄດ້ຮັບຄື: ຂັ້ນເກັ່ງ 15 ສະຫາຍ ກວມເອົາ 16,13%, ຂັ້ນດີ 46 ສະຫາຍ ກວມເອົາ 49,49 %, ຄາດໝາຍ 18 ສະຫາຍ ກວມເອົາ 19,36% ແລະ ຮັບປະກັນຄວາມປອດໄພໄດ້ 100%.
ໂອກາດນີ້, ສະຫາຍ ຂາວພອນ ສີຍາທະຈັນ ໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການສູ້ຊົນ ທີ່ບໍ່ຮູ້ອິດຮູ້ເມື່ອຍ ຂອງບັນດາສະຫາຍ ກຳລັງເຄິ່ງປະກອບອາວຸດກອງຫຼອນໃນທົ່ວເມືອງຊະນະສົມບູນ ເຊິ່ງຍາມໃດກໍບໍ່ລົດລະໃນການເຮັດໜ້າທີ່ເຄື່ອນໄຫວປ້ອງກັນເວນຍາມ ຢູ່ໃນແຕ່ລະບ້ານໃນທົ່ວເມືອງ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນນຳເອົາບົດຮຽນ ດ້ານສິລະປະຍຸດ-ຍຸດທະວິທີ ໄປຈັດຕັ້ງປະຕິບັດປັບປຸງກຳລັງຂອງຕົນໃນແຕ່ລະບ້ານໃຫ້ເຕີບໃຫຍ່ເຂັ້ມແຂງ ກ້າວຂຶ້ນເຮັດສຳເລັດໜ້າທີ່ ແລະ ຍາດໄດ້ໄຊຊະນະ ໃນພາລະກິດປົກປັກຮັກສາ-ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຂອງພັກ ຈົ່ງສືບຕໍ່ນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນການເຮັດໜ້າທີ່ຕົວຈິງ ໃຫ້ໄດ້ຮັບຜົນສຳເລັດສູງ.
ໂດຍ: ສີພະຈັນ ຈັນແພງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ