
ກອງພັນໃຫຍ່ 502 ເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ
ເວລາອອກຂ່າວ: 2024-04-24 09:05:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:
ຕົ້ນເດືອນເມສາ 2024 ນີ້, ກອງພັນໃຫຍ່ 502 ກອງພົນທີ 5 ໄດ້ເຜີຍແຜ່ເຊື່ອມຊຶມເອກະສານ 4 ບົດ ໃນການດຳເນີນຊີວິດການເມືອງຮັບປະກັນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທົ່ວກອງທັບ, ໂດຍການເປັນ
ປະທານ ຂອງສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພົນທີ 5, ມີສະຫາຍ ພັນເອກ ລືໄຊ ສຸວັນນະສີ ກຳມະການຄະນະພັກກອງພົນ, ຫົວໜ້າການເມືອງ ກອງພັນໃຫຍ່ 502 ພ້ອມຄະນະ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຈາກອົງການ, ກົມກອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ພ້ອມຄະນະ ໄດ້ຜັດປ່ຽນກັນເຜີຍແຜ່ເອກະສານ 4 ບົດ ຂອງພັກ ໃນນີ້, ປະກອບມີເອກະສານ ຕັ້ງໜ້າເຝິກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງຂອງພັກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ເອກະສານ ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ການເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆໃນຄັ້ງນີ້, ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ຮັບຮູ້ເຊື່ອມຊຶມ, ກຳແໜ້ນບັນດາເນື້ອໃນເອກະສານສຳຄັນຕ່າງໆນີ້ ເພື່ອເປັນບ່ອນອີງໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສົມພອນໄຊ ພັນທ້າວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ