ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກອງຮ້ອຍ​ທະຫານ​ຊາຍ​ແດນ 153 ເປີດ​ບັ້ນ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024
ເວລາອອກຂ່າວ: 2024-04-24 09:10:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 770 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານມາ​ນີ້, ກອງຮ້ອຍ​ທະຫານ​ຊາຍ​ແດນ 153 ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດ​ບັ້ນ​ອົບຮົມ-ຫັດ​ແອບການ​ທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວຽກ​ງານ​ວິຊາ​ສະເພາະ ຄຸ້ມຄອງ ​ປ້ອງ​ກັນ​ຊາຍ​ແດນ ປະຈຳ​ປີ 2024, ໂດຍ ​ມີ ສະຫາຍ ແຫຼ້ ອ່ອນ​ສົມບູນ ຮອງ​ເລຂາ​ພັກ​ເມືອງຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງຮ້ອຍ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ຮ້ອຍ​ເອກ ເຈີ ພິມ​ມະ​ໄລ ຫົວໜ້າ​ການ​ທະ ຫານ ກອງຮ້ອຍ​ທະຫານ​ຊາຍ​ແດນ 153 ໄດ້​ຜ່ານ​ແຜນການອົບ ຮົມ-ຫັດ​ແອບການ​ທະຫານ, ການ ເມືອງ, ພະລາທິການ-ເຕັກນິກ ແລະ ວຽກ​ງານ​ວິຊາ​ສະເພາະ ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນ ປະຈຳ​ປີ 2024 ແລະ ຜ່ານ​ຂໍ້​ຕົກລົງ​ ຂອງ​ກອງຮ້ອຍ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຄະນະ​ຮັບຜິດຊອບ​ບັ້ນ​ອົບຮົມ-ຫັດ​ແອບ. ຊຸດ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້, ມີ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ​ທັງ​ໝົດ 40 ສະຫາຍ, ໄດ້​ແບ່ງ​ອອກ​ເປັນ 2 ໄລຍະ ຄື: ໄລຍະ​ທີ 1 ເລີ່ມ​ແຕ່​ເດືອນກຸມພາ ຫາ ພຶດສະພາ, ໄລຍະ​ທີ 2 ເລີ່ມ​ແຕ່​ເດືອນກໍລະກົດ ຫາ ຕຸລາ 2024, ກຳນົດ​ເວລາ​ອົບຮົມ-ຫັດ​ແອບ 180 ວັນ. ຕະຫຼອດ​ໄລຍະ​ການ​ອົບຮົມ ພະ ນັກງານ-ນັກຮົບ ຈະ​ໄດ້​ສຸມ​ໃສ່​ອົບຮົມ​ທັງ​ພາກ​ທິດ​ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມໆ ​ກັນ ເປັນຕົ້ນ​ແມ່ນ​ຈະ​ໄດ້​ອົບຮົມ ພາກ​ຄວາມ​ຮູ້​ທົ່ວ​ໄປ, ອົບ ຮົມ​ວິຊາ​ສະເພາະ​ສິລະ​ປະຍຸດ-ຍຸດທະວິທີ, ອົບຮົມ​ວຽກ​ງານ​ເສນາ​ທິ​ການ, ວຽກງານວິຊາສະ ເພາະ​ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນ ແລະ ອື່ນໆ ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ຜ່ານ​ເນື້ອ​ໃນ​ຂໍ້​ແຂ່ງຂັນໃນບັ້ນ ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024. ຈາກ​ນັ້ນ, ຜູ້ຕາງໜ້າໝວດ-ໝູ່ ​ໄດ້​ຂຶ້ນ​ສຳ​ຜັດ​ມື​ຮັບ​ເອົາ​ເນື້ອ​ໃນ​ຂໍ້​ແຂ່ງຂັນ. ໃນ​ພິທີ ຍັງ​ໄດ້​ຈັດ​ຕັ້ງ​ຍ້ອງຍໍ​ບຸກຄົນ​ທີ່​ມີຜົນງານ​ດີເດັ່ນໃນ​ການ​ປະກອບສ່ວນ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໄລຍະ 5 ປີຜ່ານມາ ໃນ​ນັ້ນ, ໄດ້​ຮັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ ຊັ້ນ II ຈຳນວນ 1 ສະຫາຍ, ຊັ້ນ III ຈຳ ນວນ 5 ສະຫາຍ ແລະ ໃບ​ຍ້ອງຍໍ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ຈຳນວນ 10 ສະຫາຍ ຢ່າງ​ສົມ​ກຽດ. ໂດຍ: ກິດ​ຕິ​ສັກ ບົວ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ