ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ທີມ​ມາ​​ສ​ເຕີ ຟລໍ​ບໍ ຍາດ​ໄດ້​ແຊັມ ການ​ແຂ່ງຂັນ​ກິລາ ຕີຄີ​ສາກົນ
ເວລາອອກຂ່າວ: 2024-04-24 09:14:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 460 | ຄວາມນິຍົມ:



ເປີດ​ສາກ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ການ​ແຂ່ງຂັນ​ກິລາ ຕີຄີ​ສາກົນ ຫຼື ລາຍການ ຟລໍ​ບໍ(floorball) ລະດັບ​ມັດທະຍົມ ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ ທີມ​ຍິງ ແລະ ທີມ​ຊາຍ ໂດຍ​ແມ່ນ​ສະໂມສອນ ມາ​​ສ​ເຕີ ຟລໍ​ບໍ ຮັບ​ກຽດ​ເປັນ​ເຈົ້າພາບ ສາມາດ ຄອງ​ແຊັມ ການ​ແຂ່ງຂັນ​ກິລາ ຕີຄີ​ສາກົນ ຫຼື ລາຍການ ຟລໍ​ບໍ (floorball )ລະດັບ​ມັດທະຍົມ ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ ປະເພດ​ທີມ​ຊາຍ ແລະ ທີມ​ຍິງ. ສະຫຼຸບ​ການ​ແຂ່ງຂັນ​ກິລາ ຕີຄີ​ສາກົນ ເຊິ່ງ​ເປັນ​ລາຍການ​ທຳ​ອິດ ໃນ​ວົງ​ການ​ກິລາ ຟລໍ​ບໍ ລາວ ຈັດ​ຂຶ້ນ ລະຫວ່າງ​ວັນ​ທີ 19-21 ເມສາ ທີ່ຜ່ານ​ມາ​ນີ້ ທີ່​ສູນ​ການ​ຄ້າ ວຽງ​ຈັນ​ເຊັນ​ເຕີ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ເພື່ອ​ຊອກ​ຫາ​ນັກ​ກິລາ ຟລໍ​ບໍ ​ຮຸ່ນ​ໜຸ່ມ​ນ້ອຍ ປັ້ນ​ເປັນ​ນັກ​ກິລາ ຟລໍ​ບໍ ທີມ​ຊາດ ກຽມ​ຮ່ວມ​ລາຍການ​ຕ່າງໆ ຈະ​ຈັດ​ຂຶ້ນ​ໃນຕໍ່ໜ້າ. ສຳລັບ ຕີຄີ​ສາກົນ​ປະເພດ​ຊາຍ, ອັນ​ດັບ​ທີ1: MASTER FLOORBALL ທີມ A, ອັນ​ດັບ​ທີ2: MASTER FLOORBALL ທີມ B, ອັນ​ດັບ​ທີ3: ຫີນ​ເສົາ​ເອກ ແລະ ອັນ​ດັບ​ທີ4: ໂຮງຮຽນ​ກຽດ​ຕິ​ສັກ​ນາໆຊາດ ທີມ B. ສ່ວນ​ຕີຄີ​ສາກົນ​ປະເພດ​ຍິງ, ອັນ​ດັບ​ທີ1: MASTER FLOORBALL ທີມ A, ອັນຫ​ດັບ​ທີ2: MASTER FLOORBALL ທີມ B ແລະ ອັນ​ດັບ​ທີ3: ໂຮງຮຽນ​ກຽດ​ຕິ​ສັກ​ນາໆຊາດ ທີມ B



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ