ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ນັກ​ກິລາ​ລາວ​ຄົນ​ທຳ​ອິດ​ທີ່​ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ ແລ່ນ​ມາ​ຣາ​ທອນ 6 ລາຍການ​ໃຫຍ່​ລະດັບ​ໂລກ
ເວລາອອກຂ່າວ: 2024-04-24 09:15:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ:



ຖື​ວ່າ​ເປັນ​ຄົນ​ທຳ​ອິດ​ຂອງ​ປະເທດ​ລາວ ປີ້ ວາຕາ​ຊິ ຫຼື ວົງ ​ວິເສດ ໄຊ​ຍະ​ວົງ ສ້າງປະຫວັດ ສາດ ເປັນ​ຄົນ​ລາວ​ຄົນ​ທຳ​ອິດ​ສຳເລັດ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ ຂັນ​ແລ່ນ​ມາ​ຣາ​ທອນ 6 ລາຍ ການ​ໃຫຍ່​ລະດັບ​ໂລກ ຫຼ້າ​ສຸດ​ແມ່ນ​ເຂົ້າ​ຮ່ວມ​ແຂ່ງຂັນ​ການ​ແລ່ນ​ມາ​ຣາ​ທອນ​ລາຍການ ລອນ​ດອນ ມາ​ຣາ​ທອນ 2024. ໂດຍ​ເຮັດ​ເວລາ​ໄດ້ 3 ຊົ່ວໂມງ 14 ນາທີ 24 ວິນາທີ. ຂໍ້​ມູນ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ອັນ​ດັບ​ທີ​ຂອງ​ການ​ແຂ່ງ​ຂັນ​ຂອງ ບີ້ ວາຕາ​ຊິ ຍາດ​ມາ​ໄດ້. ຄວາມ​ສຳເລັດ​ໃນ​ຄັ້ງ​ນີ້ ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ໝັ້ນ, ຄວາມພຽນ​ພະຍາຍາມ ແລະ ຈິດ​ວິນ​ຍານ​ທີ່​ບໍ່​ຫຍໍ້ທໍ້ ຈົນ​ໄດ້​ຮັບ​ຜົນສຳເລັດ​ດັ່ງ​ທີ່​ລາວ​ໄດ້​ໄຝ່​ຝັນ ແລະ ການ​ສ້າງ​ປະຫວັດສາດ​ທີ່​ສຸດ​ພາກພູມ​ໃຈ​ໃຫ້​ແກ່​ຄົນ​ລາວ. ກ່ອນ​ໜ້າ​ນີ້​ລາວ​ໄດ້​ເຂົ້າ​ຮ່ວມ 5 ລາຍການ​ແລ່ນ​ມາ​ຣາ​ທອນ​ລາຍການ​ໃຫຍ່​ລະດັບ​ໂລກ ເຊັ່ນ: ໂຕ​ກຽວ ມາ​ຣາ​ທອນ, ບອດ​ສະ​ຕັນ ມາ​ຣາ​ທອນ, ເບີ​ລິນ ມາ​ຣາ​ທອນ, ຊິ​ຄາ​ໂກ້ ມາ​ຣາ​ທອນ ແລະ ນິວ​ຢອກ ມາ​ຣາ​ທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ