ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ປະກາດການແຕ່ງຕັ້ງຮອງຫົວໜ້າອໍານວຍການໂຮງງານເກີບທັນວາກອງທັບ
ເວລາອອກຂ່າວ: 2024-04-24 13:52:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1522 | ຄວາມນິຍົມ:



ວັນທີ24 ເມສາ 2024 ນີ້, ໂຮງງານເກີບທັນວາກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງຂັ້ນຮອງຫົວໜ້າອໍານວຍການໂຮງງານເກີບທັນວາກອງທັບ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ກົມອຸປະໂພກ-ບໍລິໂພກ, ຫ້ອງການກົມໃຫຍ່ພະລາທິການ, ຄະນະພັກ-ຄະນະອໍານວຍການໂຮງງານເກີບທັນວາ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຄໍາສັ່ງຍົກຍ້າຍຂອງກົມໃຫຍ່ການເມືອງກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ, ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ການສະເໜີຂອງກົມໃຫຍ່ພະລາທິການກອງທັບ ສະບັບເລກທີ 1556 ລົງວັນທີ 04 ມີນາ 2024, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ, ຕົກລົງຍົກຍ້າຍ ພັນໂທ ພອນສະຫວັນ ຫຼວງອາໄພ ຫົວໜ້າພະແນກຄົ້ນຄວ້າ-ສັງລວມຫ້ອງການກົມໃຫຍ່ພະລາທິການກອງທັບ ໄປໃຫ້ໂຮງງານເກີບທັນວາກອງທັບ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າອໍານວຍການໂຮງງານເກີບທັນວາ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງ, ແຕ່ງຕັ້ງ ພັນໂທ ພອນສະຫວັນ ຫຼວງອາໄພ ເປັນ ຮອງຫົວໜ້າອໍານວຍການໂຮງງານເກີບທັນວາ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບຜູ້ໃໝ່, ຈາກນັ້ນ ກໍໄດ້ຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການໜ່ວຍພັກໂຮງງານເກີບທັນວາ, ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາທີ13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຍົກຍ້າຍ ແລະ ການສິ້ນສຸດເປັນຄະນະພັກ, ຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ຕົກລົງ ບົ່ງຕົວແຕ່ງຕັ້ງ ພັນໂທ ພອນສະຫວັນ ຫຼວງອາໄພ ເປັນກຳມະການໜ່ວຍພັກ ປ່ຽນແທນ ພັນໂທ ແສງດາວັນ ສີຊານົນ ຫົວໜ້າອໍານວຍການໂຮງງານເກີບທັນວາກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ປະທານພິທີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ນາຍທະຫານຜູ້ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່, ເຊິ່ງການປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໃນຄັ້ງນີ້, ແມ່ນເປັນການບູລະນະປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນການເຄື່ອນໄຫວເຮັດວຽກງານໃຫ້ມີປະສິດຕິຜົນສູງຂື້ນກວ່າເກົ່າ ແລະ ການປະກາດຍົກຍ້າຍ, ແຕ່ງຕັ້ງນາຍທະຫານ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ມີຂຶ້ນ, ມີລົງ, ມີເຂົ້າ, ມີອອກ ແລະ ສັບປ່ຽນບ່ອນປະຈໍາການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຄວາມຮູ້, ຄວາມສາມາດຕົວຈິງຂອງພະນັກງານ ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານໃຫ້ມີຜົນສໍາເລັດ, ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງສືບຕໍ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ໂດຍສະເພາະນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ກໍ່ຄືການປະຕິບັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ, ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຍົກລະດັບການສຶກສາ, ວິຊາສະເພາະ, ຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້ຢ່າງຈົບງາມຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ