
ນັກກິລາຫວຽດນາມ 2 ຄົນ ຜົນງານເດັ່ນຜ່ານຮອບຄັດເລືອກ ເຂົ້າຮ່ວມແຂ່ງຂັນໃນກິaລາໂອລິມປິກ 2024
ເວລາອອກຂ່າວ: 2024-04-25 09:04:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 625 | ຄວາມນິຍົມ:
ການແຂ່ງຂັນຮອບຊີງຊະນະເລີດຊ່ວງເຮືອຮອບຄັດເລືອກພາຍເຮືອ ກາໂນ ປະເພດຍິງດ່ຽວໄລຍະ 200 ແມັດ ທີ່ດຳເນີນໃນວັນທີ 21 ເມສາ ຜ່ານມານີ້ ຢູ່ປະເທດຍີ່ປຸ່ນ, ເພື່ອຄັດເລືອກເອົາຕົວແທນເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ປາຣີ 2024 ຮອບຕໍ່ໄປທີ່ຈະຈັດຂຶ້ນທີ່ປະເທດ ຝຣັ່ງ. ການແຂ່ງຂັນດັ່ງກ່າວປະກົດວ່າ: ຫງວຽນທິເຮືອງ ນັກກິລາພາຍເຮືອ ຂອງ ສສ ຫວຽດນາມ ສາມາດຜ່ານເຂົ້າເສັ້ນໄຊຜູ້ທີ 2 ດ້ວຍເວລາ 49 ວິນາທີ 351 ລິບດາ, ດ້ວຍຜົນງານແຂ່ງຂັນດັ່ງກ່າວ ເຮັດໃຫ້ລາວມີສິດເຂົ້າຮ່ວມແຂ່ງຂັນກິລາພາຍເຮືອ ໂອລິມປິກ ປາຣີ 2024 ໄດ້ສຳເລັດ. ໃນວັນດຽວກັນ, ການແຂ່ງຂັນພາຍເຮືອຍິງດ່ຽວປະເພດເຮືອໜັກ ຮອບຄັດເລືອກ ຟ້າມທິ ເຫວະ ນັກກິລາພາຍເຮືອ ຈາກຫວຽດນາມ ກໍສາມາດພາຍເຂົ້າເສັ້ນໄຊໃນທັອບ 5 ແລະ ໄດ້ສິດໄປແຂ່ງຂັນກິລາພາຍເຮືອລາຍການດັ່ງກ່າວຢູ່ທີ່ ປາຣີ ເຊັ່ນດຽວກັນ.
ຂະນະນີ້, ນັກກິລາຫວຽດນາມ ໄດ້ສິດຈະເຂົ້າຮ່ວມແຂ່ງຂັນໃນຮອບຕໍ່ໄປຂອງການແຂ່ງກິລາໂອລິມປິກ ປາຣີ 2024 ລວມ ເປັນ 9 ຄົນແລ້ວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ