ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ອິນ​ເຕີ ມິ​ລານ ສາມາດ​ຍາດ​ໄດ້​ແຊັມ​ບານເຕະ​ອີ​ຕາ​ລີ ລີກ​ສູງ​ສຸດ ເຊຣີ​ອາ 20 ສະໄໝ
ເວລາອອກຂ່າວ: 2024-04-25 09:05:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ຍິນ​ດີ​ກັບ ທີມ​ ອິນ​ເຕີ ມິ​ລານ ກາຍເປັນ​ທີມ​ທີ 2 ໃນ​ປະຫວັດສາດ​ບານເຕະ​ອີ​ຕາ​ລີ ສາມາດ​ຍາດ​ໄດ້​ແຊັມ​ລີກ​ສູງ​ສຸດ ເຊຣີ​ອາ 20 ສະໄໝ ໄດ້​ຮັບ​ດາວ​ຄຳ​ທີ 2 ຕິດ​ຢູ່​ເທິງ​ໂລ​ໂກ້ ຫຼື ສັນຍາ​ລັກ​ຂອງ​ສະໂມສອນ ກ່ອນ​ໜ້າ​ນີ້ ທີມ​ທຳ​ອິດ​ທີ່​ໄດ້​ຮັບ 2 ດາວ​ຄຳ​ແມ່ນ ທີມ ຢູ​ເວັນ​ຕຸ​​ສ ແລະ ຕອນ​ນີ້ ຢູ​ເວັນ​ຕຸ​​ສ ກໍ​ໄດ້​ໄປ​ແລ້ວ 3 ດາວ​ຄຳ ເພາະ​ເປັນ​ແຊັມ​ລີກ 36 ສະໄໝ. ໂດຍ​ນັດ​ຫຼ້າ​ສຸດ​ຂອງ​ທີມ​ອິນ​ເຕີ ມິ​ລານ ໃນ​ການ​ແຂ່ງຂັນ ມິ​ລານ ດາ​ບີ້ ຄັ້ງ​ທີ 310 ອິນ​ເຕີ ມິລານ ເອົາ​ຊະນະ ເອ​ຊີ ມິ​ລານ ແບບ​ຫວຸດ​ວິດ 2-1 ປະຕ,ູ ມີ​ໃບ​ແດງ​ 3 ໃບ​ແດງ​ທ້າຍ​ເກມ, ເອຊີ ມິ​ລານ 2 ໃບແດງ, ອິນ​ເຕີ ມິ​ລານ 1 ໃບແດງ. ຜົນງານ​ຂອງ ອິນ​ເຕີ ມິ​ລານ ໃນ​ລີກ​ລະດູ​ການ​ນີ້ 33 ນັດ ຊະນະ 27 ສະເໝີ 5 ເສຍ 1 ຍິງ​ໄດ້ 79 ປະຕູ ເສຍ 18 ປະຕູ ມີ 86 ຄະແນນ ນຳ ເອ​ຊີ ມິ​ລານ ອັນ​ດັບ​ສອງ 17 ຄະແນນ ເຫຼືອ​ການ​ແຂ່ງຂັນ​ພຽງ 5 ນັດ ເຮັດ​ໃຫ້ ອິນ​ເຕີ ມິລານ ເປັນ​ແຊັມ​ແນ່ນອນ​ແລ້ວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ