
ທີມຊາດຫວຽດນາມເສຍໃຫ້ທີມຊາດ ອຸດສະເບກິດສະຖານ 0-3 ປະຕູ ແຕ່ຍັງໄດ້ເຂົ້າຮອບ
ເວລາອອກຂ່າວ: 2024-04-26 09:54:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 520 | ຄວາມນິຍົມ:
ທີມຊາດຫວຽດນາມ ເສຍໃຫ້ທີມຊາດອຸດສະເບກິດສະຖານດ້ວຍຄະແນນ 0-3 ປະຕູ ຈົບຢູ່ ອັນດັບ 2 ຂອງກຸ່ມ D ເຕະບານຊາຍ U23 ປີ ຊີງແຊັມອາຊີ 2024 ເຊິ່ງກາຕາ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 15 ເມ ສາ-3 ພຶດສະພານີ້.
ທີມອຸດສະເບກິດຖານ ຮອງແຊັມຄັ້ງຜ່ານມາ ເກັບ 9 ຄະແນນເຕັມ ໄດ້ທີ 1 ຂອງກຸ່ມ D, ທີມຊາດຫວຽດນາມ ໄດ້ທີ 2 ມີ 6 ຄະແນນ ທັງສອງທີມຜ່ານເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.
ສຳລັບຮອບ 8 ທີມສຸດທ້າຍ ຈະແຂ່ງຂັນວັນທີ 25 ແລະ 26 ເມ ສານີ້ ໂດຍທີມຊາດຫວຽດນາມ ຈະພົບກັບ ທີມຊາດອີຣັກ, ທີມຊາດ ອຸດເບກິດສະຖານ ຈະພົບກັບ ທີມຊາດ ອາຣາບີ ຊາອຸດິດ ແຊັມເກົ່າ, ທີມຊາດ ກາຕາ ເຈົ້າ ພາບ ຈະພົບກັບ ທີມຊາດ ຍີ່ປຸ່ນ ແລະ ສປປ ເກົາຫຼີ ຈະພົບກັບ ທີມນ້ອງໃໝ່ ທີມຊາດອິນໂດເນ
ເຊຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ