ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ທີມ​ຊາດ​ຍີ່ປຸ່ນ​ຊະນະ​ທີມ​ຊາດ​ກາ​ຕາ 4-2 ປະຕູ ບານເຕະ​ຊີງ​ແຊັມ​ອາຊີ 2024
ເວລາອອກຂ່າວ: 2024-04-29 09:11:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 440 | ຄວາມນິຍົມ:



ທັບ​ຊາ​ມູ​ໄຣ ທີມ​ຊາດ​ຍີ່ປຸ່ນ ຟອມ​ການ​ຫຼິ້ນ​ດີ​ຕໍ່​ເນື່ອງ​ສາມາດ​ເອົາ​ຊະນະ ທີມ​ຊາດ ກາ​ຕາ ເຈົ້າພາບ ທີ່​ເຫຼືອ ຜູ້​ຫຼິ້ນ 10 ຄົນ​ໃນ​ສະໜາມ ແລະ ມີ​ການ​ຕໍ່​ເວລາ​ພິເສດ ຈາກ​ເກມ​ດັ່ງກ່າວ​ຜົນ​ປະກົດ​ວ່າ: ທີມ​ຊາດ​ຍີ່ປຸ່ນ​ຊະນະ​ດ້ວຍ​ຄະແນນ 4-2 ປະຕູ ຜ່ານ​ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ ລຸ້ນ​ເປັນ​ແຊັມ​ເຕະບານ​ຊາຍ ຊີງ​ແຊັມ​ອາຊີ 2024. ເຊິ່ງ​ທີມ​ຊາດ​ຍີ່ປຸ່ນ​ຜ່ານ​ເຂົ້າ​ຮອບ 4 ທີມ​ສຸດ​ທ້າຍ ເປັນ​ຄັ້ງ​ທີ 2 ຕິດຕໍ່​ກັນ ໃນ​ເກມ​ການ​ຫຼິ້ນ​ນັດ​ດັ່ງກ່າວ​ທີມ​ຊາດ ກາ​ຕາ ເຈົ້າພາບ ເຫຼືອ​ຜູ້​ຫຼິ້ນ​ພຽງ 10 ຄົນ ຕັ້ງແຕ່​ນາທີ ທີ 49 ສະເໝີ​ກັນ​ດ້ວຍ​ຄະແນນ 2-2 ປະຕູ​ຈົບ 90 ນາທີ ແຕ່​ຕ້ອງ​ຕໍ່​ເວລາ​ພິເສດ​ອີກ 30 ນາທີ ເຮັດ​ໃຫ້​ທີມ​ຊາດ​ກາ​ຕາ​ຕ້ານ​ຄວາມ​ແຂງ​ແກ່ນ​ຂອງ ທີມ​ຊາດ​ຍີ່ປຸ່ນ​ບໍ່​ໄຫວ​ອັນ​ເນື່ອງ​ຈາກ ສະພາບ​ຄວາມ​ອິດເມື່ອຍ​ຂອງ​ນັກກີລາ ແລະ ຄວາມ​ໄດ້​ປຽບ​ດ້ານ​ຜູ້​ຫຼິ້ນ​ທີ່​ຫຼາຍ​ກວ່າ​ເຮັດ​ໃຫ້​ທີມ​ຊາດ​ກາ​ຕາ​ເສຍ​ໄຊ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ